ການພົວພັນຕ່າງປະເທດຢູ່ທ້ອງຖິ່ນປະສົບຜົນສຳເລັດໃນປີ 2014

ການພົວພັນຕ່າງປະເທດຢູ່ທ້ອງຖິ່ນປະສົບຜົນສຳເລັດໃນປີ 2014 - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂຮ່ຊວນ​ເຊີນ)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/01, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ມອບ​ໜ້າ​ທີ່​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ ກ່ຽວ​ກັບ​ວຽກ​ງານ​ການ​ພົວພັນຕ່າງປະ​ເທດ​ຢູ່​ບັນດາ​ທ້ອງ​ຖິ່ນ, ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ຢູ່ທ້ອງ​ຖິ່ນ​ໃນ​ປີ 2014 ​ແລະ ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ສຳຄັນ​ຂອງ​ປະ​ເທດ​ຊາດ​​ໃນ​ປີ 2015. ປີ 2014, ວຽກ​ງານ​ການ​ຕ່າງປະ​ເທດບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​​ໄດ້ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ຫວຽດນາມ ກໍ່​ຍາດ​ແຍ່ງ​​ແຫຼ່ງກຳລັງ​ພາຍ​ນອກ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ນຳ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ​ ​ແລະ ມີ​ປະສິດທິ​ຜົນ. ບັນດາ​ຜົນສຳ​ເລັດ​ດັ່ງກ່າວ​ໄດ້​ມີ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ການ​ເຄື່ອນ​ໄຫວພົວພັນ​ການ​ຕ່າງປະ​ເທດ​ຢູ່​ບັນດາ​ທ້ອງ​ຖິ່ນ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂຮ່ຊວນ​ເຊີນ ​ໃຫ້​ຮູ້​ວ່າ, ​ໃນ​ປີ 2015, ບັນດາ​ທ້ອງ​ຖິ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຄາດໝາຍ​ຕົ້ນ​ຕໍ່​ຂອງ​ວຽກ​ງານພົວພັນ​ການ​ຕ່າງປະ​ເທດ. ທ່ານ​ກ່າວ​ວ່າ.

        “​ໃນ​ບັນຫາ​ສາກົນ, ພວກ​ເຮົາ​ຕ້ອງເອົາ​ໃຈ​ໃສ່​ຊຸກຍູ້​ເສດຖະກິດ​ການ​ຕ່າງປະ​ເທດ, ລວມທັງ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ຫຼື ສົ່ງ​ເສີມ​ການ​ຄ້າ, ການທ່ອງທ່ຽວ, ການ​ສະໜັບສະໜູນ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ຍາດ​ແຍ່ງ​ແຫຼ່ງກຳລັງ​ຂອງ​ພໍ່​ແມ່ປະຊາຊົນ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ. ​ມີ​ພາກສ່ວນ​ໜຶ່ງ​ທີ່​ປະກອບສ່ວນ​ສຳຄັນບໍ່​ແມ່ນ​ໜ້ອຍ​ນັ້ນ​ແມ່ນ​ ບັນຫາ​ພາຍ​ໃນ, ລວມທັງ​ການ​ກໍ່ສ້າງ​ກົງ​ຈັດ​ລັດ, ຍົກ​ສູງ​ຄຸນ​ນະພາບພະນັກງານ, ສົມທົບ​ກັນ​ປະຕິບັດ​ລະຫວ່າງ​ພະ​ແນ​ກພົວພັນ​ກັນຕ່າງປະ​ເທດ ​ແລະ ບັນດາ​ພະ​ແນ​ກ, ຫົວ​ໜ່ວຍ, ລະຫວ່າງ​ພະ​ແນ​ກພົວພັນ​ກັບ​ຕ່າງປະ​ເທດ ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ອົງການ​ສູນ​ກາງ​ທີ່​ກ່ຽວຂ້ອງ​”.

ຂ່າວ/ບົດ​ອື່ນ