ການພົວພັນທາງການທູດລະຫວ່າງອາເມລິກາ ແລະ ອີຣານ ເພີ່ມຄວາມເຄັ່ງຕຶງ

ການພົວພັນທາງການທູດລະຫວ່າງອາເມລິກາ ແລະ ອີຣານ ເພີ່ມຄວາມເຄັ່ງຕຶງ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິກາ ທ່ານ​ນາງ Jen Psaki
(ພາບອີນເຕີແນດ)


(vovworld) - ລັດຖະບານ​ອາ​ເມ​ລິ​ກາ ​ເດັດ​ດຽວ​ປະ​ຕິ​ເສດບໍ່ອອກ​ວີ​ຊາ​ໃຫ້ທ່ານ​ເອກ​ອັກຄະ​ລັດຖະທູດ​ອີຣານ ຄົນ​ໃໝ່ປະຈຳ​ສະຫະ​ປະຊາ​ຊາດ Hamid Aboutalebi ດ້ວຍ​​ເຫດຜົນ​ທີ່​ວ່າ ​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຕົວ​ປະກັນ​ອາ​ເມ​ລິ​ກາ ຢູ່​ອີຣານ ເມື່ອ​ປີ 1979. ກ່າວຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ​ໃນ​ວັນ​ທີ 15/04, ຢູ່​ນະຄອນຫຼວງ ວໍ​ຊິ​ງເຕັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິກາ ທ່ານ​ນາງ Jen Psaki ຊີ້​ແຈ້ງວ່າ ​ເລ​ື່ອງອາ​ເມ​ລິ​ກາ ​ອອກ​ວີ​ຊາ​ໃຫ້​ເຈົ້າ​ໜ້າ​ທີ່​ການ​ທູດ​ອີຣານ ທີ່​ເຄີຍ​ຍ້ອມ​ຮັບ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​​ເຫດຢືດຄອງສະຖານທູດ​ອາ​ເມ​ລິ​ກາ ປະຈຳ ​ເຕ​ເຣຣານ ກ່ອນ​ນີ້ 35 ປີ ​ແມ່ນ​ສິ່ງ​ທີ່​ບໍ່ສາມາດ​ຮັບ​ຮູ້​ໄດ້. ທ່ານ​ນາງ Psaki ກໍ່​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ​ເດັດ​ດຽວ​ຮັກສາ​ຫຼັກ​ໝັ້ນ​ຂອງ​ຕົນ​ໃນ​ບັນຫາ​ດັ່ງກ່າວ.

        ທ່ານ​ອຸປະ​ທູດ​ຊົ່ວຄາວ ​ຄະນະ​ຜູ້​​ແທນປະຈຳການ​ອີຣານ ຢູ່​ສະຫະ​ປະຊາ​ຊາດ Hossein Dehghani ​ໃຫ້​ຮູ້​ວ່າ ອີຣານ ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ເລື່ອງປະຕິ​ເສດ​ອອກ​ວີ​ຊາ​ຂອງ​ປະ​ເທດ​ເຈົ້າພາບ, ພ້ອມ​ທັງ​ຢືນຢັນ​ວ່າ ການ​ກະທຳ​ນີ້​ໄດ້​ລະ​ເມີດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິກາ ຕາມ​ກົດ​ໝາຍ​ສາກົນ ​ແລະ ຂໍ້​ຕົກລົງ​ກັບ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ