ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ລາວແມ່ນການພົວພັນແບບພິເສດ

ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ລາວແມ່ນການພົວພັນແບບພິເສດ - ảnh 1
(ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ
ແລະ ທ່ານ ຮ່ວາງບີງກວນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 18/02, ຢູ່​ນະຄອນຫລວງ ວຽງ​ຈັນ, ລາວ, ທ່ານ ຮ່ວາງ​ບີ​ງ ກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ທູດ​ພິ​ເສດ​ຂອງທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ມີ​ການ​ພົບ​ປະ​ກັບ​ທ່ານ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ. ທີ່​ການ​ພົບ​ປະ, ທ່ານທູ​ດພິ​ເສດ ຮ່ວາງ​ບີ​ງກວນ ​ໄດ້​ແຈ້ງ​ໝາກຜົນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 12 ​ຂອງ​ພັກ​ກອມມູນິດ ຫວຽດນາມ ຕໍ່​ທ່ານ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ​ແລະ ການ​ນຳ​ຂັ້ນ​ສູງ​ຕ່າງ​ໆ​ຂອງ ລາວ ​ໄດ້​ຮັບ​ຊາບ; ພ້ອມ​ທັງ ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 10ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ. ທ່ານ ຮ່ວາງ​ບີ​ງກວນ ຢືນຢັນ​ວ່າ: ການປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຢ່າງ​ບໍ່​ຢຸດ​ຢັ້ງ ການປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຮ່ວາງ​ບີ​ງກວນ ​ໄດ້​ເປັນ​ກຽດ​ສົ່ງຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ​ແລະ ບັນດາ​ການ​ນຳ​ພັກ, ລັດ​ລາວ ມາ​ຢ້ຽ​​ມ ຢາມ​ມິດຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

        ສ່ວນ​ທ່ານ ບຸນ​ຍັງ ​ວໍລະ​ຈິດ ກໍ່ອວຍພອນ​ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ຖື​ນີ້​ແມ່ນ​ແຫຼ່ງປຸກລະດົມກຳລັງ​ໃຈ​ອັນໃຫຍ່​ຫລວງ​ສຳລັບ​ພັກ, ລັດ ​ແລະ ປະຊາຊົນ ລາວ. ທ່ານ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ​ເຊື່ອ​ໝັ້ນ​ວ່າ: ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະ​ສືບ​ຕໍ່​ຍາດ​ໄດ້ຜົນ​ງານ​ໃໝ່​ຫລາຍ​ຢ່າງ ທີ່​ໃຫຍ່​ຫລວງ​ກ່ວາ​ອີກ ​ໃນພາລະກິດ​ປ່ຽນ​ໃໝ່, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ມີ​ໄຊ, ສູ້​ຊົນ​ນຳ ຫວຽດນາມ ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​​ໂດຍ​ພື້ນຖານຢ່າງ​ໄວ. ທ່ານ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ ລາວ ຢືນຢັນ​ວ່າ: ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອພ້ອມ​ກັບ ຫວຽດນາມ ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ອັນ​ລ້ຳ​ຄ່າ​ລະຫວ່າງ 2 ປະ​ເທດ ​ແລະ ຮັບ​ຄຳ​ເຊີນ​ຈະ​ມາຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ເວລາ​ທີ່​ເໝາະ​ສົມ.

 

ຂ່າວ/ບົດ​ອື່ນ