ການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວແມ່ນຊັບສົມບັດອັນລ້ຳຄ່າຂອງ2ຊາດ

ການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວແມ່ນຊັບສົມບັດອັນລ້ຳຄ່າຂອງ2ຊາດ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ແລະ​
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົມ​ວິຫານ)

(vovworld) –  ​​ ​ “ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ຫວຽດນາມ -​ ລາວ ​ແມ່ນ​ຊັບ​ສົມບັດອັນ​ລ້ຳ​ຄ່າ​ຂອງ 2​ ​ຊາດ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ແລະ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົມ​ວິຫານ ​ໃນ​ກອງ​ປະຊຸມ​ພົບ​ປະ​ເຈລະຈາ​ລະຫວ່າງ 2 ຝ່າຍ ຊຶ່ງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 16/10 ຢູ່ ລາວ.​ 2 ຝ່າຍ​ກໍ​ຢືນຢັນ​ວ່າ: 2 ພັກ, 2 ລັດ, 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດ​ສູງ​ສຸດ​ໃຫ້​ແກ່ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ; ຖື​ນີ້ແມ່ນ​ປັດໃຈ​ເປັນຕາ​ຍສຳລັບ​ພາລະກິດ​ປະຕິວັດ​ຂອງ 2 ​ຊາດ ຫວຽດນາມ - ລາວ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ແລກປ່ຽນ​ບັນດາ​ການ​ຢ້ຽ​​ມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ໃນ​ວຽກ​ງານ​ຕິດຕາມ​ກວດກາ ​ແລະ ສ້າງ​ເງື່ອນ​ໄຂ​ນິຕິ​ກຳ​ທີ່​ສະດວກ​ໃຫ້​ແກ່​ວຽກ​ງານ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ລົງທຶນ​ຂອງ 2 ປະ​ເທດ; ຍູ້​ແຮງ​ການ​ຮ່ວມ​ມື ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ນິຕິບັນຍັດ; ສືບ​ຕໍ່​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ອັນດີ​ງາມ​ຢູ່​ບັນດາ​ເວທີ​ປາ​ໄສ​ສະພາ​​ແຫ່ງ​ຊາດໃນ​ພາ​ກພື້ນ ​ແລະ ສາກົນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ​ສະພາ​ແຫ່ງ​ຊາດ ລາວ ພິຈາລະນາ​ສ້າງ​ເງື່ອນ​ໄຂ​ສະດວກກ່ວາ ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ​​ໄດ້​ຮັບເຂົ້າ​ເປັນ​ສັນຊາດ ລາວ ​ແລະ ຂໍ​ບັດ​ໃຫ້ອະນຸຍາດ​ອາ​ໄສ​ຢູ່​ ລາວ ​ເປັນ​ເວລາ​ຍາວ​ນານ; ສະໜັບສະໜູນ​ບັນດາ​ການ​ປ່ຽນ​ແປງ, ​ເພີ່ມ​ເຕີມ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ ​ແລະ ກົດໝາຍທີ່​ກ່ຽວຂ້ອງ ​ເພື່​ອ​ແນ​ໃສ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ການລົງທຶນ, ​ດຳ​ເນີນທຸລະ​ກິດ​ຂອງບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ລາວ.

        ການ​ພົບ​ປະ​​ແມ່ນ​ການ​ເຄື່ອນ​ໄຫ​ວ​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ຄະນະ​ຜູ້​ແທນ ຫວຽດນາມ ​ເຖິງ ສປປ ລາວ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍ​ລະ​ຈິດ ​ແຕ່​ວັນ​ທີ 15 – 18/10.

ຂ່າວ/ບົດ​ອື່ນ