ການພົວພັນມິດຕະພາບລະຫວ່າງຫວຽດນາມ - ກຳປູເຈຍ ຈະມີບາດກ້າວ ພັດທະນາຢ່າງແຮງ

ການພົວພັນມິດຕະພາບລະຫວ່າງຫວຽດນາມ - ກຳປູເຈຍ ຈະມີບາດກ້າວ ພັດທະນາຢ່າງແຮງ - ảnh 1
(​ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ)

​(vovworld) - ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ກຳປູ​ເຈຍ​ ​ໃນ​ລະຫວ່າງ​ວັນ​ທີ 23 ​ແລະ 24/12, ຕາມ​ຄຳ​ເຊີນ​ຂອງ​ພະ​ບາດ​ສົມ​ເດັດ​ພະ​ບໍລົມມະ​ນຽດ ​ໂນ​ໂຣດົມ​ ສີ​ຫາ​ໂມ​ນີ, ກະສັດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ. ບັນດາ​ໜັງສືພິມສຳຄັນ​ຂອງ​ກຳປູ​ເຈຍ, ສະ​ບັບອອກ​ວັນ​ທີ 21/12 ​ໄດ້​ລົງ​ພິມ​ບົດ​ຕອບ​ສຳພາດ​ຂອງ​ທ່ານ​ ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ​ໃນ​ໜ້າ​ທຳ​ອິດ.

ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ, ທ່ານປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ຢືນຢັນ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ປັບປຸງ​ສາຍ​ພົວພັນ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ການ​ນຳ​ຫວຽດນາມ​ກັບ ພະ​ບາດ​ສົມ​ເດັດ​ພະ​ບໍລົມມະ​ນຽດ ​ໂນ​ໂຣດົມ​ ສີ​ຫາ​ໂມ​ນີ ​ແລະ ບັນດາ​ການ​ນຳ​ກຳປູ​ເຈຍ, ປະກອບສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ສາມັກຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ ​ເລິກ​ເຊິ່ງຂຶ້ນ​ຕື່ມ, ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

​ເມື່ອ​ຕີ​ລາຄາ​ກ່ຽວ​ກັບການ​ພົວພັນລະຫວ່າງ​ຫວຽດນາມ - ກຳປູ​ເຈຍ, ທ່ານປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ຖື​ວ່າ, ປະຫວັດສາດ​ໄດ້​ຈົດ​ຈຳ​ຄວາມທຸກ​ຍາກ​ທັງ​ໝົດ​ທີ່​ປະຊາຊົນ​ສອງ​ປະ​ເທດ​ໄດ້​ພ້ອມ​ກັນ​ຜ່ານ​ຜ່າ, ​ແລະ​ຍາມ​ໃດ​ກໍ່​ເສຍ​ສະຫຼະເລືອດ​ເນື້ອ​ໃຫ້​ແກ່​ກັນ ​ເພື່ອ​ເອກະລາດ ​ແລະ ອິດ​ສະລະ​ພາບ​ຂອງ​ແຕ່ລະ​ປະ​ເທດ. ມູນ​ເຊື້ອ​ນີ້​ແມ່ນ​ດີງາມ​ທີ່​ສຸດ ​ແລະ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ອັນ​ລຳ້​ຄ່າ ​ເຊິ່ງປະຊາຊົນ​ສອງ​ປະ​ເທດ​ໄດ້ ​ແລະ ຈະ​ປະກອບສ່ວນ​ຮັກສາ​ໄວ້ ​ແລະ ສືບ​ທອດ​ໃຫ້​ລຸ້ນລູກ​ລຸ້ນຫຼານ. ຕາມ​ທ່ານ ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ​ແລ້ວ, ປະຈຸ​ບັນ​ຫວຽດນາມ ​ແລະ ກຳປູ​ເຈຍ​ມີ​ຫຼາຍ​ກາລະ​ໂອກາດ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ຈົບງາມ ​ແລະ ມີ​ປະສິດທິ​ຜົນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງຫວັງ​ວ່າ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ກໍ່​ຄື​ການ​ພົບ​ປະລະ​ຫວ່າງ​ການ​ນຳ​ທຸກຂັ້ນ​ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກວ່າ​ອີກ.. ສອງ​ປະ​ເທດ​ຄວນ​ຮ່ວມ​ມື​ສ້າງ​ເງື່ອນ​ໄຂ​ຮ່ວມ​ມື​ນຳ​ກັນ, ​ເຮັດ​ໃຫ້ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ​ເລິກ​ເຊິ່ງກວ່າ​ອີກ. ສອງ​ປະ​ເທດ​ຊຸກຍູ້​ການ​ແລກປ່ຽນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ 5 ຕຶ້ USD ​ໃນ​ປີ 2015 ​ແລະ ປະຕິບັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ ​ເພື່ອ​ກໍ່ສ້າງ​ຊາຍ​ແດນ​ໃຫ້​ກາຍ​ເປັນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ