ການພົວພັນລະຫວ່າງຫວຽດນາມ-ສ.ເກົາຫຼີສືບຕໍ່ພັດທະນາຢ່າງແຮງ

ການພົວພັນລະຫວ່າງຫວຽດນາມ-ສ.ເກົາຫຼີສືບຕໍ່ພັດທະນາຢ່າງແຮງ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ ປະ​ຈຳ​ສ.ເກົາ​ຫຼີ ຟ້າມ​ຮິວ​ຈິ໋
(ພາບ: TTXVN)


(vovworld) - ວັນ​ທີ 16/01, ຢູ່​ເຊີ​ອຸ່ນ, ເມື່ອ​ຕອບ​ສຳ​ພາດ​ຕໍ່ສື່ມວນ​ຊົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ ປະ​ຈຳ​ສ.ເກົາ​ຫຼີ ຟ້າມ​ຮິວ​ຈິ໋ ໃຫ້​ຮູ້​ວ່າ, ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ສ.ເກົາ​ຫຼີ ໃນ​ຊຸມ​ປີ​ຜ່ານ​ມາ, ພິ​ເສດ​​ແມ່ນໃນ​ປີ 2016, ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ທຸກ​ດ້ານ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ ຟ້າມ​ຮິວ​ຈິ໋ ຢືນຢ​ັນ​ວ່າ, ການ​ພ​ົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ສືບ​ຕໍ່​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່​າງ​ແຮງ. ກ່ຽວ​ກັບ​ດ້ານ​ການ​ຄ້າ, ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃນ​ຊຸມ​ປີ​ຜ່ານ​ມາ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ລ້ຽນ​ຕິດ ແລະ ສາ​ມາດ​ລື່ນ​ກາຍ​​ຄາດ​ໝາຍ 70 ຕື້ USD ໃນ​ປີ 2020 ຄື​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ຕົກ​ລົງ​ນຳ​ກັນ. ໃນ​ຂົງ​ເຂດ​ລົງ​ທຶນ, ກະ​ແສ​ການ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ສ.ເກົາ​ຫຼີ ​ເຂົ້າ​ຫວຽດ​ນາມ ສືບ​ຕ​ໍ່​ເພີ່ມ​ຂຶ້ນ. ໄລ່​ຮອດ​ໄລ​ຍະ​ປະ​ຈຸ​ບັນ, ໄດ​້​ມີ 5.000 ໂຄງ​ການ​ລົງ​ທຶນ ດ້ວຍຍອດ​ມູນ​ຄ່າກວ່າ 50 ຕື້ USD. ຕາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ ຟ້າມ​ຮິວ​ຈິ໋ ແລ້ວ, ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​​​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ - ສ.ເກົ າ​ຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ຄວນເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ 3 ເສົ້າ​ຄ້ຳຕົ້ນ​ຕໍ​ຄື​ກາ​ນ​ພົວ​ພັນດ້ານ​ການ​ເມືອງ, ​ການ​ຮ່ວມ​ມື​ດ້ານ​​ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ.

ຂ່າວ/ບົດ​ອື່ນ