ການພົວພັນຫວຽດນາມ-ຍີ່ປຸ່ນນັບມື້ນັບກ້າວເຂົ້າສູ່ລວງເລິກ,ມີປະສິດທິຜົນ

ການພົວພັນຫວຽດນາມ-ຍີ່ປຸ່ນນັບມື້ນັບກ້າວເຂົ້າສູ່ລວງເລິກ,ມີປະສິດທິຜົນ - ảnh 1
ທ່ານ ຫງວຽນຊວນຟຸກ ແລະ ທ່ານ ​ເອກ​ອັກຄະ​ລັດຖະທູ​ດຍີ່ປຸ່ນ ປະຈຳ ຫວຽດນາມ Ryotaro Sugi
(ພາບ: VGP)

(vovworld) – ຕອນບ່າຍວັນທີ 20/9, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ryotaro Sugi, ​ເອກ​ອັກຄະ​ລັດຖະທູ​ດຍີ່ປຸ່ນ ປະຈຳ ຫວຽດນາມ. ທ່ານ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ ​ທ່ານເອກ​ອັກ​ຄະ​ລັດຖະທູດ Ryotaro Sugi ​ໂດຍ​ຜ່ານເອົາ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​​ເຕັ້ມ​ໄປ​ດ້ວຍ​ຄວາມ​ໝາຍ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ, ສິລະ​ປະ, ພົວພັນ​ແລກປ່ຽນ​ປະຊາຊົນ, ​ເຄື່ອນ​ໄຫວ​ມະນຸດສະທຳ​ໃນ​ຕະຫຼອດ 30 ປີຜ່ານມາ. ທ່ານ​ນາຍົກລັດຖະມົນຕີ ​ເຊື່​ອໝັ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ Ryotaro Sugi ຈະ​ສືບ​ຕໍ່​ມີ​ຂໍ້​ລິ​ເລີ່​ມ, ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫຼາຍ​ຢ່າງ​ເພື່ອມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ ​ໃນ​ປີ 2018.

        ສ່ວນ​ທ່ານ Ryotaro Sugi ຢືນ​ຢັນ​ວ່າ​ຈະ​ຍາມ​ໃດ​ກໍ່​ຈະ​ມານະ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ຍີ່ປຸ່ນ ​ແລະ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ Ryotaro Sugi ຫວັງ​ວ່າ​ໃນ​ວິວັດ​ການ​ພັດທະນາ, ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການພົວພັນ​ຮ່ວມ​ມືກັບ ຍີ່ປຸ່ນ ​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ.

 


ຕອບກັບ

ຂ່າວ/ບົດ​ອື່ນ