ການພົວພັນຫວຽດນາມ-ລາວມີຄວາມໝາຍເປັນຕາຍຕໍ່2ປະເທດ

ການພົວພັນຫວຽດນາມ-ລາວມີຄວາມໝາຍເປັນຕາຍຕໍ່2ປະເທດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ​ໂອ້​ລົມ​ກັບ
​ພະນັກງານ​ສະຖານທູດ  ຫວຽດນາມ ປະຈຳ ລາວ

(vovworld) - ​ ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ໃນ​ລະຫວ່າງ​ວັນ​ທີ 05 – 06/10, ຕອນ​ເຊົ້າ​ວັນ​ທີ 06/10 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ​ແລະ ຄະນະ​ຜູ້​ແທນ​ລັດຖະບານ ຫວຽດນາມ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ​ສະຖານທູດ ​ແລ​ະ ບັນດາ​ອົງການ​ຕາງໜ້າ​ຂອງ ຫວຽດນາມ ປະຈຳ ລາວ. ນະ​ທີ່​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ສະ​ເໜີ​ສະຖານທູ​ດ ຫວຽດນາມ ປະຈຳ ລາວ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ສືບ​ຕໍ່​ປະ​ກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ຮອບດ້ານ​ລະຫວ່າງ 2 ປະ​ເທດ; ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ໃຫ້​ເໝາະ​ສົມ​ກັບ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ​ສະຖານທູດ​ຄວນ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ, ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ ຫວຽດນາມ ທີ່ອາ​ໄສ​ຢູ່ ລາວ ​​ເປັນ​ຢ່າງ​ດີ​; ສ້າງ​ສະຖານທູດ​ເປັນ​ຊາຍ​ຄາ​ລວ​ມຂອງ​ພໍ່​ແມ່​ປະຊາຊົນ​ຊາວ​ ຫວຽດນາມ ​ອາ​ໄສຢູ່​ ລາວ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຈິ້ງ​ດີງຢຸງ ກໍ່​ສະ​ເໜີ​ສະຖານທູດ ຫວຽດນາມ ປະຈຳ ລາວ ຄວນ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ​ໂຄສະນາ​ເຜີຍ​ແຜ່​ວັດທະນະທຳ ຫວຽດນາມ ​ແລະ ​ໂຄສະນາ, ສຶກສາ​ອົບຮົມລຸ້ນໜຸ່ມ 2 ປະ​ເທດ​ກ່ຽວ​ກັບ​ການ​ພົວພັນ​ສາມັກຄີ​ມິດ​ຕະພາບ​​ແບບ​ພິ​ເສດ ຫວຽດນາມ - ລາວ, ລາວ ຫວຽດນາມ.

        ​ແລະ​​ໃນຕອນ​ບ່າຍ​ວັນ​ທີ 06/10 ຢູ່​ນະຄອນຫລວງ ວຽງ​ຈັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​​ໄດ້ເຂົ້າ​ຮ່ວມ​ພິທີ​ມອບ​ຫຼຽນ​​ໄຊ​ເອກະລາດ ​ແລະ ຫຼຽນ​ໄຊ​ມິດຕະພາບ​ຂອງ​ລັດ​ໃຫ້​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ກະຊວງ​ໂຍທາ​ທິການ - ຂົນ​ສົ່ງ ລາວ ​ຍ້ອນມີ​ຜົນງານ​ດີ​ເດັ່ນ ​ແລະ ດີ​ເດັ່ນ​ ສຸດ​ເປັນ​ພິ​ເສດ​ໃນ​ການ​ຮ່ວມ​ມື ​ແລະ ພັດທະນາ​ການ​ພົວພັນ​ໃນຂະ​ແໜງ​ຄົມມະ​ນາ​ຄົມ ຂົນ​ສົ່ງ 2 ປະ​ເທດ, ປະກອບສ່ວນ​ເຂົ້າ​​ໃນການ​ສ້າງ, ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

 

ຂ່າວ/ບົດ​ອື່ນ