ການພົວພັນຮ່ວມມືລະຫວ່າງຫວຽດນາມແລະWIPOນັບມື້ນັບພັດທະນາ

ການພົວພັນຮ່ວມມືລະຫວ່າງຫວຽດນາມແລະWIPOນັບມື້ນັບພັດທະນາ - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 07/10, ຄະນະ​ຜູ​້​ແທນ​ຫວຽດນາມ ​ໂດ​ຍທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທັງ​ເປັນ​ຫົວໜ້າ​ກົມຊັບ​ສິນ​ທາງປັນຍາ ​ເຈີ​ນຫວຽດ​ແທງ ນຳ​ໜ້າ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຜູ້ອຳນວຍການ​ໃຫຍ່​ອົງການຊັບ​ສິນ​ທາງປັນຍາ​ໂລກ (WIPO) Francis Gurry ຢູ່​ສຳນັກງານ WIPO ທີ່​ເຊີ​ແນວ. ທີ່​ການ​ເຮັດ​ວຽກ, ດ.ຣ Francis Gurry ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊ່ື​ນຕໍ່​ການ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ພັດທະນາ​ລະຫວ່າງ WIPO ​ແລະ ຫວຽດນາມ. ທ່ານ​ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ ຈະ​ມາ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​​ເປັນ​ທາງ​ການ​ໃນ​ໄລ​ຍະ​​ໄວ​ທີ່​ສຸດ ​ເພື່ອ​ປັບປຸງ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ຝ່າຍ. ສ່ວນ​ທ່ານ ​ເຈີ​ນຫວຽດ​ແທງ ​ໃຫ້​ຮູ້​ວ່າ, ຫວຽດນາມ ກໍສະ​ເໜີ WIPO ໜູນ​ຊ່ວຍ​ໃນ​ວິວັດ​ການ​ກະກຽມ, ​ເຂົ້າ​ຮ່ວມ ​ແລະ ຜັນ​ຂະຫຍາຍ​ບັນດາ​ສົນທິສັນຍາ​ສາກົນ ຜ່ານ​ການ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ບັນດາ​ວາລະ​ປະ​ຊຸມ, ກອງ​ປະຊຸ​ມທີ່​ກ່ຽວ​ຂ້ອງ, ສົ່ງ​ນັກ​ຊ່ຽວຊານ​ມາ​ໃຫ້​ຄຳ​ປຶກສາ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ມວນ​ຊົນ​ກ່ຽວ​ກັບ​ສົນທິສັນຍາ​ສາກົນ.

ຂ່າວ/ບົດ​ອື່ນ