ການພົວພັນແລກປ່ຽນການທູດທີ່ເປັນມູນເຊື້ອຫວຽດນາມ-ລາວຢູ່ເຊີແນວ,ປະເທດສະວິດ

ການພົວພັນແລກປ່ຽນການທູດທີ່ເປັນມູນເຊື້ອຫວຽດນາມ-ລາວຢູ່ເຊີແນວ,ປະເທດສະວິດ - ảnh 1
ທ່ານ ຄັນ​ອິນ ຄິດ​ຈະ​ເດດ ແລະ ທ່ານ ເຢືອງ​ຈີ໋​ຢູ້ງ
(ພາບ: ຮ່​ວາງ​ຮ​ວາ/TTXVN)

(vovworld) – ​ ​​ເນື່ອງ​ໃນ​ໂອ​ກາດ​ຕົ້ນ​​ປີ​ໃໝ່ ປີ​ລະ​ກາ 2017, ທ່ານ ຄັນ​ອິນ ຄິດ​ຈະ​ເດດ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ, ຫົວ​ໜ້າ​ຄະ​ນະ​​ປະ​ຕິ​ບັດ​ງານ ສ​ປ​ປ ລາວ ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ອື່ນໆ​ຢູ່​ເຊີ​ແນວ, ປະ​ເທດ ສະ​ວິດ, ນຳ​ໜ້າ​ຄະ​ນະ​ພະ​ນັກ​ງານ ແລະ ​ພາ​ລະ​ກອນ​ການ​ທູດ​ມາອວຍ​ພອນ​ປີ​ໃໝ່ ແລະ ​ພົບ​ປະ​ແລກ​ປ່ຽນ​ກັບ​ຄະ​ນະປະ​ຕິ​ບັດ​ງານ ຫວຽດນາມ ປະ​ຈຳ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ສາ​ກົນ​ອື່ນໆ​ທີ່​ເຊີ​ແນວ. ທີ່​ການ​​ພົບ​ປະ​ເຊິ່ງ​ໄດ້​ດຳ​ເນີນໃນ​ວັນ​ທີ 17/2, ທ່ານ ເຢືອງ​ຈີ໋​ຢູ້ງ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ສາ​ກົນ​ອື່ນ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ລາວ ໃນ​ປີ​ຜ່ານ​ມາ, ຢັ້ງ​ຢືນ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໄດ້, ພວມ ແລະ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ແດງ​ອອກ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ໃນ​ນັ້ນ​ມີ​ເວ​ທີ​ປາ​ໄສ ສ​ປ​ຊ ແລະ ພິ​ເສດ​ແມ່ນ​ຢູ່ ເຊີ​ແນວ ລະ​ຫວ່າງ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ແລະ ຄະ​ນະ​ປະ​ຕິ​ບັດ​ງານ ລາວ. ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢ​ືອງ​ຈີ໋​ຢູ້ງ ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຄະ​ນະ​ຈະ​ສືບ​ຕໍ່​ຮັກ​ສາ ແລະ ພັດ​ທະ​ນາ​ມູນ​ເຊື້ອ​ອັນ​ດ​ີ​ງາມນີ້, ພິ​ເສດ​ແມ່ນ​ໃນ​ການ​ສົມ​ທົບ​ກັ​ນໃນ​ວຽກ​ງານ​ວິ​ຊາ​ການ ກໍ່​ຄື​ເພີ່ມ​ທະ​ວ​ີ​ບັນ​ດາ​ການ​ເຄື່ອນ​ໄຫວ​​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ພະ​ນັກງານ ແລະ ພາ​ລະ​ກອນຂອງສອງ​ຄະ​ນະ.


ຂ່າວ/ບົດ​ອື່ນ