ການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່ເປັນສັນຍາລັກໃຫ້ແງ່ຫວັງດີງາມກ່ວາໃນການພົວພັນ2ປະເທດ

ການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່ເປັນສັນຍາລັກໃຫ້ແງ່ຫວັງດີງາມກ່ວາໃນການພົວພັນ2ປະເທດ - ảnh 1
​ທ່ານ​ເລຂາທິການ​ໃຫຍ່ ຄະນະບໍ​ລິ​ຫານ​ງານ​ສູນ​
ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ

(vovworld) – ​​ “ການ​ຢ້ຽມຢາມ​ ຈີນ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ເປັນ​ສັນ​ຍາ​ລັກ​ໃຫ້​ແງ່​ຫວັງ​ດີງາມ​ກ່ວາໃນ​ການ​ພົວພັນ 2 ປະ​ເທດ​” ​ແມ່ນຂໍ້​ສັງ​ເກດ​ຂອງ​ທ່ານ ຫລີ໋ງເຕື໋ແຈ໋ວງ ນັກ​ຄົ້ນຄວ້າ​ສັງກັດ​ສູນ​ຄົ້ນຄວ້າ​ບັນດາ​ບັນຫາ​ໂລກ​ຂອງ​ສຳນັກ​ຂ່າວສານ​ຊິນ​ຮວາ, ​ສະມາຊິກ​ສະມາຄົມ​ມິດຕະພາບ ຈີນ - ຫວຽດນາມ. ຕາມ​ທ່ານ ຫລີ໋ງເຕື໋ແຈ໋ວງ​ແລ້ວ ການ​ຢ້ຽມຢາມ ຈີນ ຄັ້ງ​ນີ້​ຂອງທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູຈ້ອງ ​ແມ່ນ​ການ​ຢ້ຽມຢາມ​ມີ​ຄວາມໝາຍ​ສຳຄັນ​ກ່ວາ​ໝູ່, ສະ​ແດງ​ໃຫ້​ເຫັນຜ່ານ 2 ​ແງ່​ມູນ. ທີ 1 ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແມ່ນ​ການ​ນຳ​ຕ່າງປະ​ເທດຂັ້ນ​ສູງສຸດ ​ເຊິ່ງ ພັກ ​ແລະ ລັດ ຈີນ ຕ້ອນຮັບ​ໃນ​ປີ 2017. ຈີນ ກໍ່​ແມ່ນ​ປະ​ເທດ​ທຳ​ອິດ ​ເຊິ່ງການ​ນຳ​ສູງ​ສຸດ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ມາຢ້ຽມຢາມ​ຢ່າງ​ເປັນທາງ​ການ​ໃນ​ປີ 2017. ສິ່ງ​ດັ່ງກ່າວ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ຄວາມ​ຖື​ເປັນ​ສຳຄັນ​ຂອງ​ການ​ນຳ 2 ພັກ, 2 ລັດ​ໃນ​ການ​ເພີ່ມ​ທະວີ, ຊຸກຍູ້​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ມິດຕະພາ​ບ ຫວຽດນາມ - ຈີນ. ທີ 2 ​ແມ່ນ​ການ​ຢ້ຽມຢາມ​ດຳ​ເນີນ​ໄປ​​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີນ ​ແລະ ກ່ອນ​ທີ່​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ຂອງ​ປະຊາຊົນ 2 ປະ​ເທດ. ສາມາດ​ເວົ້າ​ໄດ້​ວ່າ “ການ​ຢ້ຽມຢາມ ຈີນ ຂອງ​ທ່ານ ຫງວຽນ​ຟູ​ຈ້ອງ ​ແມ່ນ​ການ​ຢ້ຽມຢາມ​ຕ້ອນຮັບ​ປີໃໝ່” ​ເປັນ​ສັນຍາ​ລັກ​ໃຫ້​ແງ່​ຫວັງ​ທີ່ດີງາມ​ກ່ວາໃນການ​ພົວພັນ 2 ປະ​ເທດ​.

        ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ພົວພັນ 2 ປະ​ເທດ, ທ່ານ ຫລີ໋ງເຕື໋ແຈ໋ວງ ຖື​ວ່າ ປະຈຸ​ບັນສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມຜັນ​​ແປ​ໄປຍາກ​ທີ່​ຈະ​ຄາດຄະ​ເນ​ລ່ວງ​ໜ້າ​ໄດ້, 2 ພັກ, 2 ລັດ ພວມ​ປະ​ເຊີນ​ໜ້າ​ກັບຫລາຍ​ບັນດາ​ໃໝ່, ສິ່ງ​ທ້າ​ທາຍ​ໃໝ່. ​ໃນ​ສະພາບການ​ດັ່ງກ່າວ 2 ປະ​ເທດ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊຸກຍູ້​ການ​ເຊື່ອ​ມຕໍ່​ຍຸດ​ທະ​ສາດ, ຍູ້​ແຮງ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​, ​ເພື່ອ​ແນ​ໃສ່​ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ