ການ​ຢ້ຽມ​ຢາມລາວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟ​ູ໋​ຈ້ອງ

(vovworld) - ວັນ​ທີ 24/11, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ ສປປ ລາວ ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 24 26/11/2016 ຕາມ​ຄຳ​​ເຊື້ອ​ເຊີນ​ຂອງ​ທ່ານເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ​ ວໍລະ​ຈິດ. ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ ​ເລ​ຂາ​ທິການ​ໃຫຍ່ ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ສິ່ງ​ດັ່ງກ່າວສະ​ແດງໃຫ້​ເຫັນ​ວ່າ ພັກ ​ແລະ ລັດ ຫວຽດນາມ ​ຖື​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ເປັນ​ສຳຄັນ​ທີ່​ສຸດ. ​ເນື່ອງ​​ໃນ​ໂອກາດ​ນີ້, ລາຍການ​ກະຈາຍສຽງ​ພາກ​ພາສາ ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ຂໍ​ຈັດ​ລາຍການ​ພິ​ເສດ. ​ເລີ່​ມຕົ້ນ​​ເຊີນ​ທ່ານ​ຮັບ​ຟັງ​ບັນດາ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢູ່ ສປປ ລາວ. ພາຍຫຼັງ​ພາກ​ຂ່າວ​ພວກ​ເຮົາ​ຈະ​ພ້ອມ​ກັນ​ຫວນ​ຄືນ​ສາຍ​ພົວພັນ​ຮ່ວມ​ມື ຫວຽດນາມ - ລາວ ​ໃນ​ບັນດາ​ຂົງ​ເຂດ: ການ​ເມືອງ, ​ເສດຖະກິດ, ການ​ພົບ​ປະ​ແລ​ກປ່ຽນປະຊາຊົນ - ​ເຊິ່ງ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ໄດ້​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ ຫວຽດນາມ - ລາວ ນັບ​ມື້​ນັບສວຍ​ສົດ​ງົດ​ງາມ ​ແລະ ໝັ້ນຄົງ​ຂະໜົງ​ແກ່ນ​ໄປ​ຊົ່ວ​ກາລະ​ນານ.



ຂ່າວ/ບົດ​ອື່ນ