ການຢ້ຽມຢາມເຢຍລະມັນຂອງປະທານປະເທດເຈືອງເຕີນຊາງມີຄວາມໝາຍສຳຄັນສຳລັບການພົວພັນສອງຝ່າຍ

ການຢ້ຽມຢາມເຢຍລະມັນຂອງປະທານປະເທດເຈືອງເຕີນຊາງມີຄວາມໝາຍສຳຄັນສຳລັບການພົວພັນສອງຝ່າຍ - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel
ຕ້ອນ​ຮັບທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(vovworld)-  ​ການ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຂອງ​ທ່ານ​ປະ​ເທດ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ ກາຍ​ເປັນ​ຫົວ​ເລື່ອງ​ທີ່​ໄດ້​ຄວາມ​ສົນ​ໃຈ​ຈາກ​ບັນ​ດາ​ຫນັງ​ສື​ພິມ​ໃຫຍ່​ຂອງ​ປະ​ເທດນີ້. ຫນັງ​ສື​ພິມ Neues Deutschland ຂອງ​ເຢຍ​ລະ​ມັນ ສະ​ບັບ​ອອກວັນ​ທີ 24/11 ໄດ້​ລົງ​ພິມ​ໃນ​ຫນ້າ​ທຳ​ອິດ​ບົດ​ຂຽນ​ ຕີ​ລາ​ຄາ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ປີ 2015. ຕາມບົດ​ຂຽນ​ດັ່ງ​ກ່າວ​ແລ້ວ, ປະ​ຈຸ​ບັນ ເຢຍ​ລະ​ມັນ​ຖື​ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ສະ​ຫນິດ​ສະ​ຫນົມ​ກັບ​ນັກ​ລົງ​ທຶນກວ່າ​ໝູ່ ຢູ່ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ຂະ​ນະ​ນັ້ນ ຫນັງ​ສື​ພິມ Tagesspiegel ສະ​ບັບ​ອອກວັນ​ທີ 25/11 ກໍ​ໄດ້​ລົງ​ພິ​ມ​ບົດ​ຂຽນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ. ຕາມ​ບົດ​ຂຽນ​ດັ່ງ​ກ່າວ​ແລ້ວ, ເຢຍ​ລະ​ມັນ​ຖື​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຕົ້ນ​ຕໍ​ຂອງ ເຢຍ​ລະ​ມັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນອກນັ້ນ ຍັງ​ມີ​​ອົງ​ການສື່ມວນ​ຊົນ ເຢຍ​ລະ​ມັນ​ຫລາຍ​ແຫ່ງ​ກໍ​ໄດ້​ລົງ​ພິມ​ຂ່າວ, ບົດ ສ​ອ່ງ​ແສງ​ກ່ຽວ​ກັບ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ການ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ.
ຂ່າວ/ບົດ​ອື່ນ