ການລົງທຶນໂດຍກົງຈາກຕ່າງປະເທດເຂົ້າຫວຽດນາມໃນ6ເດືອນຕົ້ນປີຂື້ນເພີ່ມຢ່າງແຮງ

ການລົງທຶນໂດຍກົງຈາກຕ່າງປະເທດເຂົ້າຫວຽດນາມໃນ6ເດືອນຕົ້ນປີຂື້ນເພີ່ມຢ່າງແຮງ - ảnh 1
(ພາບ​ປະ​ກອບ)

(vovworld)- ກົ​ມ​ລົງ​ທຶນ​ຕ່າງ​ປະ​ເທດ (ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ) ໃຫ້​ຮູ້​ວ່າ: ​ໄລ່​ຮອດ ​ທ້າຍ​ເດືອນ 6/2016, ທົ່ວ​ປະ​ເທດ ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ​ຈົດ​ທະ​ບຽນ​ໃໝ່ ແລະ ເພີ່ມ​​ເຕີມ ເກືອບ 11,3 ຕື້USD, ເພີ່ມ​ຂື້ນ​ກວ່າ 105% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ການປ່ອຍທຶນ​​ ບັນ​ລຸໄດ້ 7,25 ຕື້USD. ໃນ 6 ເດືອນ​ຜ່ານ​ມາ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜະ​ລິດ ແມ່ນ​ຂົງ​ເຂດ​ດຶງ​ດູດ​​ຄວາມ​ສົນ​ໃຈ ຈາກ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດຫຼາຍ ດ້ວຍໂຄງ​ການລົງ​ທຶນ ຈົດ​ທະ​ບຽນໃໝ່ ແລະ ດັດ​ປັບທຶນ ກວ່າ 890 ໂຄງ​ການ, ດ້ວຍຍອດ​​ທຶນ​ໃໝ່ ແລະ ເພີ່ມ​ຂື້ນ​ອີກ ແມ່ນ ກວ່າ 8 ຕື້USD. ຖັດ​ມາ​ແມ່ນ​​ຂົງ​ເຂດ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ; ເຄື່ອນ​ໄຫວ​ວິ​ຊາ​ສະ​ເພາະ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ.

        ກ່ຽວ​ກັບ​ນັກ​ລົງ​ທຶນ, ສ​. ເກົາຫຼີ ນຳ​ໜ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ລົງ​ທຶນ​​​ເຂົ້າ​ຫວຽດ​ນາມ ດ້ວຍຍອດ​ທຶນ​ຈົດ​ທະ​ບຽນ​​ໃໝ່ ແລະ ເພີ່ມ​ຂື້ນ​ອີກ ປະ​ມານ 4 ຕື້USD; ຕໍ​ຖັດມາ​ແມ່ນ ຢີ​ປຸ່ນ, ສິງ​ກະ​ໂປ. ໃນ 6 ເດືອນນີ້, ຮ໋າຍ​ຟ່ອງ ແມ່ນ​ທ້ອງ​ຖິ່ນ​ທີ່​ດຶງ​ດູດ ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ຫຼາຍທີ່​ສຸດ ດ​ວ້ຍ 39 ໂຄງ​ການ​ໃໝ່. ຮ່າ​ໂນ້ຍ ​ຈັດ​ຢູ່​ໃນ​ອັນ​ດັບ​ສອງ; ຖັດ​ມາ​ແມ່ນ ​ບິ່ງ​ເຢືອງ, ດົ່ງ​ນາຍ.

ຂ່າວ/ບົດ​ອື່ນ