ການລົງນາມຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ-ລາວ

ການລົງນາມຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ-ລາວ - ảnh 1
(ພິ​ທີລົງ​ນາ​ມ​ໃນ​ແຜນ​ການ​ຮ່ວມ​ມື​ປີ 2017)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລິກ, ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ລາວ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈັນ​ສະ​ໝອ​ນ ຈັນ​ຍາ​ລາດ ນຳ​ໜ້າ, ​ມາຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 08 - 11/01. ຕອນ​ເຊົ້າ​ວັນ​ທີ 09/01, ຢູ່​ນະ​ຄອນ​ດ່ານັ້ງ, ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ດຳ​ເນີນ​ການ​ເຈ​ລ​ະ​ຈາ.

        ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ຢືນ​ຢັນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັ​ນ​ຊາດ​ຫວຽດ​ນາມ - ລາວ ແມ່ນ​ໜຶ​່ງ​ໃນ​ບັນ​ດາ​ເສົາ​ຄ​້ຳ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ໃນ​ການ​ພົ​ວ​ພັນ​ລະ​ຫວ່າງ 2 ປະ​ເທດ. ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ ໂງ​ຊວນ​ລິກ ໃຫ້​ຮູ້​ວ່າ.

        “ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມ​ຢາມ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາມ, ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບ​ບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ, 2 ກອງ​ທັບ​ກວ່າ​ອີກ. ຜ່ານນີ້​ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ການ​ພົວ​ພັນ​ດ້ານ​ປ​້ອງ​ກັນ​ຊາດ 2 ປະ​ເທດ”.

        ທີ່​ການ​ເຈ​ລະ​ຈາ, ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ວຽກ​ງານ​ສົມ​ທົບ​ກັນ, ກະ​ຕຸກ​ຊຸກ​ຍູ້, ຕິດ​ຕາມກວດ​ກາ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ແຜນ​ການ​ຮ່ວມ​ມື​ໃນ​ປີ 2017 ແລະ ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ; ເອົາ​ໃຈ​ໃສ່​ເຖິງ​ການ​ຍົ​ກ​ສູງ​​ປະ​ສິດ​ທິ​ຜົນ, ໂດຍ​ສະ​ເພາະ​ແມ່ນ​ໃນ​ການບຳ​ລຸງ​ສ້າງ, ຝຶ​ກ​ອົບ​ຮົມ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ​ພົບ​ປະແລກ​ປ່ຽນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຄະ​ນະ​ຜູ້​ແທ​ນ​ຂັ້​ນ​ສູງ…

        ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂງ​ຊວນ​ລິກ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດລາວ ຈັນ​ສະ​ໝອ​ນ ຈັນ​ຍາ​ລາດ ໄດ້​ລົງ​ນາ​ມ​ໃນ​ແຜນ​ການ​ຮ່ວມ​ມື​ປີ 2017; ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸດ​ທະ​ສາ​ດ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ກັບ​ກົມ​ວິ​ທະ​ຍາ​ສາດ​ປະ​ຫວັດ​ສາດ​ການ​ທະ​ຫານ​ລາວ.

ຂ່າວ/ບົດ​ອື່ນ