ການວາງລະເບີດສະຫລະຊີບຢູ່Nigeriaເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ21ຄົນ

ການວາງລະເບີດສະຫລະຊີບຢູ່Nigeriaເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ21ຄົນ - ảnh 1
ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບຢູ່ Nigeria
ພາບ:laodong.com

(vovworld)-  ​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 21 ຄົນ ແລະ ອີກ​ຫລາຍ​ຄົນ​ຖືກ​ບາດ​ເຈັບ​ໃນເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ເກີດ​ຂຶ້ນ​ໃນ​ວັນ​ທີ 27/11  ແນ​ໃສ່​ຊາວ​ມຸດ​ສະ​ລີມ ນີ​ກາຍ ຊີ​ອາ ພວມ​ແຫ່​ຂະ​ບ​ວນ​ມໍ່​ກັບ​ນະ​ຄອນ Kano ທາງ​ພາກ​ເຫ​ນືອ Nigeria. ຜູ້​ວາງ​ລະ​ເບີດ​ສະ​ຫລະ​ຊີບ ໄດ້​ປອ​ມ​ຕົວ​ກາຍ​ເປັນ​ສະ​ມາ​ຊິກ​ໃນ​ຄະ​ນະ​ດັ່ງ​ກ່າວ. ໃນ​ວັນ​ດຽວ​ກັນ, ວົງ​ການເຈົ້າ​ຫນ້າ​ທີ່ Nigeria ໃຫ້​ຮູ້​ວ່າ: ພວກ​ກະ​ບົດ Boko Haram ພວມ​ມີ​ກົນ​ອຸ​ບາຍ​ປະ​ຕິ​ບັດ​ບັນ​ດາ​ເຫດ​ບຸກ​ໂຈ​ມ​ຕີ​ສະ​ຫລະ​ຊີບ​ຢູ່​ນະ​ຄອນ​ຫລວງ Abuja. ຖະ​ແຫລງການ​ຂອງ​ຫົວ​ຫນ້າ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ທ່ານ Abuja Mohammed ໃຫ້​ຮູ້​ວ່າ: ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ພວກ​ກະ​ບົດ  Boko Haram  ພວມ​ຂຶ້ນ​ແຜນ​ນຳ​ໃຊ້​ເດັກ​ຍິງ ໃນ​ການວາງ​ລະ​ເບີດ​ສະ​ຫລະ​ຊີບ​ຢູ່​ບັນ​ດາ​ເຂດ​ມີ​ປະ​ຊາ​ຊົນ​ເຕົ້າ​ໂຮມ​ເປັນ​ຈຳ​ນວນ​ຫລາຍ​ຄື: ໂບດ, ຫ​ໍ​ທຳ​ມະ ແລະ ຕະ​ຫລາດ.

 

 

ຂ່າວ/ບົດ​ອື່ນ