ການວາງລະເບີດສະຫຼະຊີບຢູ່ ອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ

(vovworld) - ​​​​ວັນ​ທີ 29/3, ຕຳຫຼວດ ອີ​ຣັກ ໃຫ້​ຮູ້​ວ່າ, ມີ​ລົດ​ຂົນ​ສົ່ງ​ຄັນ​ໜຶ່ງ​ໄດ້​ບັນ​ຈຸ​ລູກ​ລະ​ເບີ​ດ​​ແລະ ແຕກຢູ່​ປ້ອມກວດ​ກາ​ທາງ​ທິດ​ໃຕ້ ນະ​ຄອນຫຼວງ ແບກ​ແດດ ຂອງ​ອີ​ຣັກ, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 17 ຄົນ​ເສຍ​ຊີ​ວິ​ດ ແລະ 60 ຄົນ​ຖືກ​ຮັບ​ບາດ​ເຈັບ. ຜູ້​ວາງລະ​ເບີດ​ສະຫຼະ​ຊີບ​ໄດ້​​ເຮັດໃຫ້​ລູກ​ລະ​ເບີດ​ແຕກ​ໃນ​ລະ​ຫວ່າງ​​ກາງ​ບັນ​ດາລົດ​ຄັນ​ອື່ນໆ​ພວມ​ລໍ​ຖ້າ​​ກວດ​ກາຢູ່​ປ້ອມກວດ​ກາ. ປະ​ຈຸ​ບັນ, ​ຍັງບໍ່​ທັນ​ມີ​ກຸ່ມ​ໃດ​ອອກ​ມາ​ຍອມ​ຮັບ​ປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີນີ້​ເທື່ອ.



ຂ່າວ/ບົດ​ອື່ນ