ການວາງລະເບີດສະຫຼະຊີບຢູ່ເຂດຊາຍແດນອີຣັກ-ຈໍແດນ,ເກືອບ40ຄົນເສຍຊີວິດແລະຮັບບາດເຈັບ

ການວາງລະເບີດສະຫຼະຊີບຢູ່ເຂດຊາຍແດນອີຣັກ-ຈໍແດນ,ເກືອບ40ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ພາບ​ປະ​ກອບ​ຈາກ AP

 (vovworld) – ວັນ​ທີ 25/4, ບັນ​ດາ​ຜູ້​ວາງ​ລ​ະ​ເບີດ​ສະຫຼະ​ຊີບ​ໄດ້​ບຸກ​ໂຈມ​ຕີ​ບັນ​ດາ​ສະ​ຖານ​ທີ່​ຂອງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ອີ​ຣັກ ຢູ່​ດ່ານ​ຊາຍ​ແດນ Trebil ​ໃນ​ເຂດ​ຊາຍ​ແດນ ອີ​ຣັກ - ຈໍ​ແດນ, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ 15 ຄົນ​ເສຍ​ຊີ​ວິດ ແລະ 22 ຄົນ​ຖືກ​ຮັບ​ບາດ​ເຈັບ. ກອງ​ທັບ ຈໍ​ແດນ ໄດ້​ເພີ່​ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ດ່ານ​ຊາຍ​ແດນ Trebil ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ໃນ​ທັນ​ທີ. ເຮືອ​ບິນ​ຂອງ​ລັດ​ຖະ​ບານ ອີ​ຣັກ ກໍ່​ໄດ້​ສົ່ງ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ ເພື່ອ​ສະ​ກັດ​ກັ້ນ​ບັນ​ດາ​ເຫດ​ການ​ບຸກ​ໂຈມ​ຕີ​ອື່ນ​ທີ່​ອາດ​ຈະ​ເກີດ​ຂຶ້ນ. ປະ​ຈຸ​ບັນ​, IS ໄດ້​ຍອມ​ຮັບ​ປະ​ຕິ​ບັດ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ສະ​ຫຼະ​ຊີບ​ດັ່ງ​ກ່າວ ແລະ ໃຫ້​ຮູ້​ວ່າ​ບັນ​ດາ​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ແມ່ນ​ຊາວ ຝ​ຣັ່ງ, ແບນ​ຊິກ ແລະ​ Senegal.


ຂ່າວ/ບົດ​ອື່ນ