ການສົ່ງຕໍ່ດ້ານການເມືອງຈະໄດ້ປຶກສາຫາລືທີ່ຮອບເຈລະຈາສັນຕິພາບ ຊີຣີ ຢູ່ ເຊີແນວ

ການສົ່ງຕໍ່ດ້ານການເມືອງຈະໄດ້ປຶກສາຫາລືທີ່ຮອບເຈລະຈາສັນຕິພາບ ຊີຣີ ຢູ່ ເຊີແນວ - ảnh 1
ການປະຊຸມຂ່າວ (EPA/TTXVN)

(vovworld) – ​​ ວັນ​ທີ 21/02 ທູດ​ພິ​ເສດ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ບັນຫາ ຊີຣີ Staffan de Mistura ໃຫ້ຮູ້ວ່າ: ຮອບເຈລະຈາສັນຕິພາບ ຊີຣີ ຄາດຄະເນວ່າຈະດຳເນີນໄປຢູ່ ເຊີແນວ ປະເທດ ສະວິດ ໃນອາທິດນີ້, ຍັງຄົງສຸມໃສ່ປຶກສາຫາລືວິວັດທະນາການ “ການ​ສົ່ງ​ຕໍ່​ດ້ານການ​ເມືອງ” ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກ​າງ ທີ່​ພວມ​ຖື​ກສົງຄາມ​ທຳລາຍ​ນີ້, ພາຍຫລັງ​ມີ​ຄວາມ​ວິຕົກ​ກັງ​ວົນ​ວ່າ ສະຫະ​ປະຊາ​ຊາດ​ອາດ​ຈະປະລະ​ຈຸດໝາຍ “ການ​ສົ່ງ​ຕໍ່​ດ້ານການ​ເມືອງ” ຢູ່ Damascus. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Michael Contet ຫົວ​ໜ້າຫ້ອງການ​ຂອງ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ ຊີຣີ ​ເວົ້າ​ວ່າ: ມະຕິ 2254 ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ຕາມ​ນັ້ນ​ແລ້ວ ຮຽກ​ຮ້ອງ​ຊຸກຍູ້​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ວິວັດທະນາ​ການສົ່ງ​ຕໍ່​ດ້ານ​ການ​ເມືອງ, ຍັງ​ແມ່ນ​ພື້ນຖານ​ໃຫ້​ບັນດາ​ການ​ເຈລະ​ຈາ ຄາດ​ວ່າ​ຈະ​ໄດ້​ຈັດ​ຕັ້ງ​ຢູ່ ​ເຊີ​​ແນວ ​ໃນ​ວັນ​ທີ 23/02 ຈະ​ມາ​ເຖິງ. ທ່ານ Michael Contet ​ແຈ້ງວ່າ ບັນດາ​ການ​ປຶກສາ​ຫາລື​ຈະ​ມາ​ເຖິງ​ຈະ​ສຸມ​ໃສ່​​ບັນຫາ​ສ້າງ​ຕັ້ງລະບອບ​ການ​ເມືອງ​ບໍ່​ມີພັກ​ຝ່າຍ, ມີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ ​ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຝ່າຍ, ກໍ່​ຄື​ແຜນການ, ວິວັດ​ການ​ຮຽບຮຽງ​ລັດຖະທຳ​ມະນູນ​ໃໝ່ ​ແລະ ຈັດ​ຕັ້ງ​ບັນດາ​ການ​ເລືອກ​ຕັ້ງ​​ແບບຍຸຕິ​ທຳ ​ແລະ ​ເສລີ.

ຕອບກັບ

ຂ່າວ/ບົດ​ອື່ນ