ການສົ່ງອອກຂອງຫວຽດນາມໃນ 8 ເດືອນຜ່ານມາບັນລຸກວ່າ106ລ້ານUSD

ການສົ່ງອອກຂອງຫວຽດນາມໃນ 8 ເດືອນຜ່ານມາບັນລຸກວ່າ106ລ້ານUSD - ảnh 1

(vovworld)- ຕາມ​ກົມ​ໃຫຍ່​ພາ​ສີ​ຫວຽດ​ນາ​ມ​ແລ້ວ, ໃນ 8 ເດືອນ​ຜ່ານ​ມາ ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ສືບ​ຕໍ່​ບັນ​ລຸກວ່າ 106 ຕື້ USD, ເພີ່ມ​ຂຶ້ນ 9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໂທ​ລະ​ສັບ ແລະ ເຄື່ອງ​ອາ​ໄຫລ່​ສືບ​ຕໍ່​ແມ່ນ​ປະ​ເພດ​ສິນ​ຄ້າ​ມີ​ວົງ​ເງິນ​ສົ່ງ​ອອກ​ນຳ​ຫນ້າ ດ້ວຍ​ມູນ​ຄ່າ​ສົ່ງ​ອອກ​ບັນ​ລຸ​ເກືອບ 2,8 ຕື້ USD, ເພີ່ມ​ຂຶ້ນກວ່າ 10% ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ.  ຖັດ​ມາ​ແມ່ນ​ເຄື່ອງ​ຕ່ຳ​ແຜ່​ນ​ຕັດ​ຫຍິບ, ເກີດ​ຫນັງ, ຄອມ​ພິວ​ເຕີ, ນ້ຳ​ມັນ​ດິບ, ສິນ​ໃນ​ນ້ຳ… ກ່ຽວ​ກັບ​ຕະ​ຫລາດ​ສົ່ງ​ອ​ອກ, ອາ​ເມ​ລິ​ກາ ສືບ​ຕໍ່​ແມ່ນ​ຕະ​ຫລາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ​ຫວຽດ​ນາມ ດ້ວຍ​ວົງ​ເງິນ​ບັນ​ລຸກວ່າ 22 ຕື້ USD, ຖັດ​ມາ​ແມ່ນ ສະ​ຫະ​ພາບ​ເອີ​ລົບ, ອາ​ຊຽນ, ຈີນ, ສ​ເກົາ​ຫລີ, ຍີ່​ປຸ່ນ.

 

 

 

ຂ່າວ/ບົດ​ອື່ນ