ການສົ່ງອອກຜະລິດຕະພັນກະເສດ,ເຄື່ອງປ່າຂອງດົງແລະສິນໃນນຳ້ໃນ6ເດືອນຕົ້ນປີບັນລຸກ່ວາ15ຕື້ດົ່ງ

ການສົ່ງອອກຜະລິດຕະພັນກະເສດ,ເຄື່ອງປ່າຂອງດົງແລະສິນໃນນຳ້ໃນ6ເດືອນຕົ້ນປີບັນລຸກ່ວາ15ຕື້ດົ່ງ - ảnh 1
ພາບປະກອບ

(vovworld) – ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ຮູ້​ວ່າ: ວົງ​​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​​ໃນ​ນຳ້ ​ໃນ 6 ​ເດືອນຕົ້ນ​ປີ 2016 ຂອງ ຫວຽດນາມ ຄາດ​ວ່າ​ບັນລຸ​ປະມານ 2,5 ຕື້USD, ຍົກ​ຍອດ​ມຸນ​ຄ່າ​ການ​ສົ່ງ​ອອກ​ໃນ 6 ​ເດືອນ​ຜ່ານ​ມາ​ບັນລຸ 15,50 ຕື້ USD, ​ເພີ່​ມຂຶ້ນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ຂະນະ​ນັ້ນ, ມຸນ​ຄ່າ​ການ​ສົ່ງ​ອອກບັນດາ​ຜະລິດ​ຕະພັນ​ກະ​ເສດ​ຕົ້ນ​ຕໍ​ຄາດ​ວ່າ​ບັນລຸ​ກ່ວາ 7,32 ຕື້ USD, ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາ​ປະ​ເພດ​ສິນຄ້າ​ຄື: ກາ​ເຟ, ໝາກ​ພີກ​ໄທ​, ໝາກມ່ວງ​ຫິມະພານ, ສິນ​ໃນ​ນຳ້​ສືບ​ຕໍ່​ຮັກສາ​ການ​​ເຕີບ​ໂຕ​ກ່ຽວ​ກັບ​ທັງ​ດ້ານ​ປະລິມານ ​ແລະ ມຸນ​ຄ່າ. ​​ເຕີບ​​ໂຕ​​ແຮງ​ສຸດ​ແມ່ນ​ກາ​ເຟ, ຖັດຈາກ​ແມ່ນ​ຂະ​ແໜງ​ໝາກມ່ວງ​ຫິມະ​ພານ.



ຂ່າວ/ບົດ​ອື່ນ