ການຮ່ວມມືປ້ອງກັນຊາດແມ່ນເນື້ອໃນສຳຄັນໃນການພົວພັນລະຫວ່າງຫວຽດນາມ-ລາວ

ການຮ່ວມມືປ້ອງກັນຊາດແມ່ນເນື້ອໃນສຳຄັນໃນການພົວພັນລະຫວ່າງຫວຽດນາມ-ລາວ - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 8/7, ຢູ່​ຮ່າ​ໂນ້ຍ, ພົນ​​ໂທ ​ເລ​ຮື້​ວດຶກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານພັນ​ເອກ ຄຳ​ແດງ ​ແພງ​ວິ​ໄລ, ຫົວໜ້າ​ກົມ​ແຜນການ - ການ​ເງິນ​ກອງທັບ​ປະຊາຊົນ ລາວ, ​ເນື່ອງ​ໃນ​ໂອກາດ​ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ ພົນ​ໂທ ​ເລ​ຮື້ວດຶກ ​ເນັ້ນ​ໜັກ​ວ່າ: ລັດຖະບານ, ປະຊາຊົນ ​ແລະ ກອງທັບ​ປະຊາຊົນ ຫວຽດນາມ ​ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳຄັນ, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ກັບ ລັດຖະບານ, ປະຊາຊົນ ​ແລະ ກອງທັບ​ປະຊາຊົນ ລາວ ອ້າຍ​ນ້ອງ, ພ້ອມ​ທັງ​ຢືນຢັນ​ວ່າ: ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ປະກອບສ່ວນ​ປັບປຸງ, ​ເພີ່ມ​ທະວີ​ຄວາມ​ສະຫງົບ, ການ​ເມືອງ, ສ້າງ​ກອງທັບ​ຂອງ​ແຕ່ລະ​ປະ​ເທດ​ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ​ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ, ປະກອບສ່ວນ​ເຮັດ​ໃຫ້​ກົນອຸບາຍ​ຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປະຕິ​ການ​ແບ່ງ​ແຍກ​ນ້ຳ​ໃຈ​ມິດ​ຕະພາບ, ສາມັກຄີ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ ຫວຽດນາມ - ລາວ ​ໃຫ້​ປະລາ​ໄຊ. ທ່ານ ພົນ​ໂທ ​ເລ​ຮື້ວດຶກ, ປາດ​ຖະໜາ​ວ່າ: ກົມ​ການ​ເງິນ ກະຊວງ​ປ້ອງ​ກັນ​ປະ​ເທດ ​ຫວຽດນາມ ​ແລະ ກົມ​ແຜນການ - ການ​ເງິນກອງທັບ​ປະຊາຊົນ ລາວ​ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສ້າງ​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ເຕື້ອງ​ເຖິງ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເຊິ່ງ 2 ຝ່າຍ​ຫາ​ກໍ່​ເຊັນ​ໃນ​ວັນ​ດຽວ​ກັນ​ໂດຍ​ໄວ.


ຂ່າວ/ບົດ​ອື່ນ