ການຮ່ວມມືພັດທະນາຕະຫຼາດທ່ອງທ່ຽວຫວຽດນາມ-ສ.ເກົາຫຼີ

ການຮ່ວມມືພັດທະນາຕະຫຼາດທ່ອງທ່ຽວຫວຽດນາມ-ສ.ເກົາຫຼີ - ảnh 1
ການຮ່ວມມືພັດທະນາຕະຫຼາດທ່ອງທ່ຽວຫວຽດນາມ-ສ.ເກົາຫຼີ
(ພາບ: hanoimoi.com.vn)


(vovworld) - ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ (KTO) ແລະ ກົມ​ໃຫຍ່​ທ່ອ​ງ​ທ່ຽວ​ສ.ເກົາ​ຫຼີ ປະ​ຈຳ​ຫວຽດ​ນາມ ຈະ​ຕັ້ງ​ໜ້າ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ, ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແນ​ໃສ່​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽ​ວ​ໄປ​ມາ​​ຢ້ຽມ​ຢາມ​ເຊິ່ງ​ກັນ​ ແລະ ກັນ. ນີ້​ແມ່ນ​ເນື້ອ​ໃນ​ຂອງ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ອົງ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ສ.ເກົ​າ​ຫຼີ  ເຊິ່ງ​ຖືກດຳ​ເນີນ​ໃນ​ວັນ​ທີ 20/10, ຢູ່​ຮ່າ​ໂນ້ຍ. ຕາມນັ້ນ​ແລ້ວ, 2 ອົງ​ການ​​ຈະ​ຈັດ​ບັນ​ດາ​ກຸ່ມ​ນັ​ກ​ຊ່ຽວ​ຊານ​ໃຫ້​ຄຳ​ປຶກ​ສາ ແລະ ບຳ​ລຸງ​ສ້າງ​ພະ​ນັກ​ງານ, ໜູນ​ຊ່ວ​ຍ​ເຊິ່ງ​ກັນ​ ແລະ ກັນໃນ​​ບັນ​ດາເຫດ​ການເຊິ່ງ 2 ຝ່າຍ​ຈັດ​ຕັ້ງ. ແລະ​ກໍ່​ໃນ​ໂອ​ກາດນີ້, KTO ໄດ້​ລົງ​ນາມ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽ​ວ​ກັບ Vietnam Airlines ແລະ ບໍ​ລິ​ສັດ​ໃຫຍ່​ທ່​ອງ​ທ່ຽວ​ Vietravel.

ຂ່າວ/ບົດ​ອື່ນ