ການາດາຍົກເລີກຄຳສັ່ງລົງໂທດຕໍ່ອີຣານ

ການາດາຍົກເລີກຄຳສັ່ງລົງໂທດຕໍ່ອີຣານ - ảnh 1
 ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ
Stephen Dion


(vovworld)- ວັນ​ທີ 5/2, Ottawa ໄດ້​ຖະ​ແຫລງ​ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ຕ້ານ ເຕ​ເຮ​ຣານ ເປີດ​ຊ່ອງ​ທາງ​ໃຫ້​ບັນ​ດາ​ບໍ​ລິ​ສັດ ກາ​ນາ​ດາ ສືບ​ຕໍ່ ສຳ​ຜັດ​ກັບ ອີ​ຣານ ພາຍ​ຫລັງ ຂໍ້​ຕົກ​ລົງ​ນິວ​ເຄຼຍ ປະ​ຫວັດ​ສາດ ຊື່ງ ​ເຕ​ເຮ​ຣານ ບັນ​ລຸ​ໄດ້​ກັບ 6 ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ ຊື່ງ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 16/1 ຜ່ານ​ມາ. ໃນ​ຖະ​ແຫລງ​ການ, ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງການ​ຄ້າ ກາ​ນາ​ດາ Chrystia Freeland ຊີ້​ແຈ້ງວ່າ ບັນ​ດາ​ບໍ​ລິ​ສັດ​ປະ​ເທດນີ້ ປະ​ຈຸ​ບັນ​ສາ​ມາດ​ເລືອກ​ເຟັ້ນ​ບັນ​ດາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ໃຫມ່ ແຕ່ Ottawa ຍົງ​ຄົງ​ສືບ​ຕໍ່​ຄວບ​ຄຸມ​ບັນ​ດາ​ຂົ​ງ​ເຂດ​ສົ່ງ​ອອກ​ຢ່າງ​ແຫນ້ນ​ແຟ້ນ. ເນື່ອງ​ໃນ​ໂອ​ກາດນີ້ Ottawa ສະ​ເຫນີ​ເຊື່ອມ​ຕໍ່​ການ​ພົວ​ພັນ​ດ້ານ​ການ​ທູດ​ກັບ ເຕ​ເຮ​ຣານ ຊື່ງ​ຖືກ​ຢຸດ​ຕິ​​ແຕ່​ປີ 2012.

ຂ່າວ/ບົດ​ອື່ນ