ການເຂົ້າຮ່ວມ WEF ປີ 2017 ຂອງນາຍົກລັດຖະມົນຕີຫວຽດນາມບັນລຸໄດ້ໝາກຜົນທີ່ສຳຄັນແລະແທດຈິງຫຼາຍຢ່າງ

ການເຂົ້າຮ່ວມ WEF ປີ 2017 ຂອງນາຍົກລັດຖະມົນຕີຫວຽດນາມບັນລຸໄດ້ໝາກຜົນທີ່ສຳຄັນແລະແທດຈິງຫຼາຍຢ່າງ - ảnh 1
(ທ່ານ​ຮອງລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ບ​ຸຍ​ແທງ​ເຊີນ)

(vovworld) - ເມື່ອ​ຕອບ​ສຳ​ພາດ​ຕໍ່ສື່ມວນ​ຊົນ​ພາຍ​ຫຼັງ​ສິ້​ນ​ສຸດ​ການ​ເຂົ້າ​ຮ່​ວ​ມ WEF ຄັ້ງ​ທີ 47, ທ່ານ​ຮອງລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ບ​ຸຍ​ແທງ​ເຊີນ ໃຫ້​ຮູ້​ວ່າ: ຜ່ານ​ບັນ​ດາ​ກອງ​ປະ​ຊຸ​ມ ແລະ ການ​ພົບ​ປະ​ກັບ​​ບັນ​ດາຄູ່​ຮ່ວມ​ມື ແລະ ວິ​ສາ​ຫະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສົ່ງ​ສານ​ຢ່າງກວ້າງ​ຂວາງ​ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສາ​ກົນ​ກ່ຽວ​ກັບ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ຢ່າງ​ຮ​ອບ​ດ້ານ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ໃນ​ໄລ​ຍະ​ພັດ​ທະ​ນາ ແຕ່ນີ້​ຮອດ​ປີ 2020. ແນະ​ນຳ​ສານ​ກ່ຽວ​ກັບ​ບັນ​ດາ​ນະ​​ໂຍບາຍ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບ​ານ​ກ່ຽວ​ກັບ​ການສ້າງ​ລັດ​ຖະ​ບານ​ສ້າງສາ​ພັດ​ທະ​ນາ, ຍູ້​ແຮງ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ລະ​ດົມ​ນ້ຳ​ໃຈ​ເລີ່ມ​ທຸ​ລະ​ກິດ, ປ່ຽນ​ໃໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

        ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸຍ​ແທງ​ເຊີນ ເນັ້ນ​ໜັກ​ວ່າ: ເຂົ້າ​ຮ່ວມກອງ​ປະ​ຊຸມ​ປີນີ້, ຫວຽດ​ນາມ ແລະ WEF ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື, ເຊິ່ງ​ຕາມນັ້ນ​ແລ້ວ, WEF ໜູນ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ໝັ້​ນ​ຄົງ, ເປັນ​ເຈົ້າ​ຕົນ​ເອງ​ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ໃນ​ອະ​ນາ​ຄົ​ດ. ຫວຽດ​ນາມ ແມ່ນ​ປະ​ເທດ​ທຳ​ອິດ​ທີ່ WEF ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຕາມ​ຮູບ​ແບບ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ (PPP) ເພື່ອ​ແນ​ໃສ່​ຊ່ວຍ​ຫວຽດ​ນາມ ສຳ​ພັດ ແລະ ຍາດ​ແຍ່ງ​ບັນ​ດາ​ແຫຼ່ງ​ກຳ​ລັງ, ພູມ​ປັນ​ຍາຂອງ WEF ແລະ ບັນ​ດາ​​ກຸ່ມ​ບໍ​ລິ​ສັດສະ​ມາ​ຊິກ WEF…

ຂ່າວ/ບົດ​ອື່ນ