ການເຄື່ອນໄຫວກິລາຫວຽດນາມ-ໂມຢຳບິກສະເຫຼີມສະຫຼອງ71ປີແຫ່ງວັນຊາດຫວຽດນາມ

ການເຄື່ອນໄຫວກິລາຫວຽດນາມ-ໂມຢຳບິກສະເຫຼີມສະຫຼອງ71ປີແຫ່ງວັນຊາດຫວຽດນາມ - ảnh 1
ການເຄື່ອນໄຫວກິລາ ຫວຽດນາມ - ໂມຢຳບິກ
ສະເຫຼີມສະຫຼອງ71ປີແຫ່ງວັນຊາດ ຫວຽດນາມ
(ພາບ: ສະຖານທູດ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 27-28/8, ຢູ່​ນະຄອນຫຼວງ Maputo, ສະຖານທູດ ຫວຽດນາມ ​ແລະ ຊາວ​ ຫວຽດນາມ​​ປະຈຳ ​ໂມ​ຢຳ​ບິ​ກ​ໄດ້​ຈັດ​ຕັ້ງ​ການ​ແຂ່ງຂັນ​ບານ​ເຕະ​ມິດຕະພາບ ຫວຽດນາມ - ​ໂມ​ຢຳ​ບິ​ກ, ​ເພື່ອ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ ທີ 2/9 ຫວຽດນາມ. ທ່ານ ຫວູ​ແທ່ງ​ນາມ, ອັກຄະ​ລັດຖະທູດ ຫວຽດນາມ​ປະຈຳ ​ໂມ​ຢຳ​ບິ​ກ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ ​ແລະ ຄຸນຄ່າ​ປະຫວັດສາດ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ປະຕິວັດ​ເດືອນສິງຫາ, ສະຖາປະນາ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ, ພ້ອມ​ທັງ​ຢືນຢັນ​ເຖິງ​ຈຸດປະສົງ​ຂອງ​ການ​ແຂ່ງຂັນ​ບານ​ເຕະ​ມິດຕະພາບນີ້, ​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ບັນຍາກາດ​ອັນ​ເບີກບານ​ມ່ວນ​ຊື່ນ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ​ໂມ​ຢຳ​ບິ​ກ, ຍາມ​ໃດ​ກໍ່​ມຸ່ງ​ຫາ​ປະ​ເທດ​ຊາດ ​ແລະ ​ເພີ່ມ​ທະວີ​ການຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ກັບ​ປະຊາຊົນ ​ໂມ​ຢຳ​ບິ​ກກວ່າ​ອີກ.

ຂ່າວ/ບົດ​ອື່ນ