ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢູ່ ຣູມານີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ພໍ່ແມ່ປະຊາຊົນມານະພະຍາຍາມສູ້ຊົນສ້າງປະຊາຄົມ ແລະ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ເຂົ້າຮ່ວມພາລະກິດສ້າງສາປະເທດຊາດ.
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢູ່ ຣູມານີ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ພົບປະພະນັກງານ, ລັດຖະກອນສະຖານທູດ (ພາບ: VGP)

ວັນທີ 14 ເມສາ, ພາຍຫລັງໄປຮອດນະຄອນຫລວງ Bucharest, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມແຂວງ Prahova, ແມ່ນທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດຫລາຍຢ່າງ, ເປັນຕົ້ນແມ່ນໃນບັນດາຂົງເຂດນ້ຳມັນອາຍແກັດ, ການທ່ອງທ່ຽວ ແລະ ກະສິກຳ - ປ່າໄມ້ຂອງ ຣູມານີ.

        ເມື່ອເຮັດວຽກກັບທ່ານນາງ Ioana Madalina Lupea ເຈົ້າແຂວງແຂວງ Prahova, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງແຂວງ Prahova ກັບບັນດາທ້ອງຖິ່ນ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດ ເຊິ່ງແຂວງມີທີ່ແຮງ.

        ທ່ານນາງ Ioana Madalina Lupea  ໃຫ້ຮູ້ວ່າ:  ແຂວງ Prahova ໄດ້ສົມທົບກັບຫ້ອງການການຄ້າ ແລະ ສະຖານທູດ ຫວຽດນາມ ປະຈຳ ຣູມານີ ຈັດຕັ້ງກອງປະຊຸມສຳມະນາ, ການໂອ້ລົມສົນທະນາ, ພົບປະກັບວິສາຫະກິດ ແນໃສ່ແນະນຳຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດການຮ່ວມມືເສດຖະກິດ, ການທ່ອງທ່ຽວ, ການສຶກສາ ແລະ ແລກປ່ຽນວັດທະນະທຳລະຫວ່າງແຂວງ Prahova ກັບ ຫວຽດນາມ. ທ່ານນາງ Ioana Madalina Lupea ປາດຖະໜາຢາກເປີດກ້ວາງການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ.

        ແລະກໍ່ໃນວັນທີ 14 ເມສາ, ທີ່ນະຄອນຫລວງ Bucharest, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເຂົ້າຮ່ວມການພົບປະສັງສັນກັບພະນັກງານ, ລັດຖະກອນສະຖານທູດ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ຣູມານີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ, ໃນນັ້ນ ມີປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣູມານີ ແມ່ນພາກສ່ວນໜຶ່ງບໍ່ອາດຕັດແຍກອອກຈາກປະເທດຊາດໄດ້ ແລະ ແມ່ນແຫຼ່ງກຳລັງໜຶ່ງຂອງວົງຄະນະຍາດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ພໍ່ແມ່ປະຊາຊົນມານະພະຍາຍາມສູ້ຊົນສ້າງປະຊາຄົມ ແລະ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ເຂົ້າຮ່ວມພາລະກິດສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ