ການເຄື່ອນໄຫວຂອງທ່ານປະທານປະເທດເຈືອງເຕີນຊາງຢູ່ລາວ

ການເຄື່ອນໄຫວຂອງທ່ານປະທານປະເທດເຈືອງເຕີນຊາງຢູ່ລາວ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ທ່ານ​ເລ​ຂາ​ທິການ​ໃຫຍ່,
 ປະ​ເທດ​ປະ​ເທດສປປ.ລາວ ຈູມມາລີ ​ໄຊ​ຍະ​ສອນ)


​(vovworld) - ວັນ​ທີ 30/05, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດສປປ.ລາວ ຈູມມາລີ ​ໄຊ​ຍະ​ສອນ ​​ ​ແລະ ທ່ານອະດີດ​ປະ​ທານ​ປະ​ເທດ, ປະທານ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄຳ​ໄຕ ສີ​ພັນ​ດອນ.

        ທີ່​ບັນດາ​ການ​ພົບ​ປະ​ແລກປ່ຽນ​ກັບ​ທ່າ​ນ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມມາລີ ​ໄຊ​ຍະ​ສອນ ​ແລະ ອະດີດ​ປະ​ເທດ​ປະ​ເທດ, ປະທານ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄຳ​ໄຕ ສີ​ພັນ​ດອນ. ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ແລະ ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 37 ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ; ​ໃນ​ນັ້ນ​ມີ​ເລື່ອງ​ເພີ່ມ​ທະວີ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົບ​ປະ​ຂັ້ນ​ສູງ; ສົມທົບ​ກັນ​​ຢ່າງ​ແໜ້ນ​ແຟ້ນເພື່ອ​ຍົກ​ສູງ​ບັນດາ​ໂຄງການ​ນຳ​ໃຊ້​ແຫຼ່ງທຶນ​ຊ່ວຍ​ເຫຼືອຂອງ​ຫວຽດນາມ ທີ່​ສະ​ຫງວນ​ໃຫ້​ລາວ​ໃນ​ປີ 2015, ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ທາງ​ຄົມມະນາຄົມ​ຂົນສົ່ງ​ລະຫວ່າງ 2 ປະ​ເທດ ​ແລະ ສັນຍາ​ຄ້າ​ຂາຍສິນຄ້າ ​ແລະ ການ​ບໍລິການ​ຊາຍ​ແດນ…

        2 ຝ່າຍ​ກໍ່​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ພົ້ນ​ເດັ່ນ​ເຊິ່ງ ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ທີ່​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ; ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ​ໃນ​ອາ​ຊຽນ ​ເພື່ອກໍ່ສ້າງ​ປະຊາຄົນ​ອາ​ຊຽນ​ໃນ​ທ້າຍ​ປີ 2015. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ຫວຽດນາມ ຈະ​ສະໜັບ​ສະ​ໜູນ​ລາວ ຮັບ​ໜ້າ​ທີ່​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2016 ​ໃຫ້​ສຳ​ເລັດ.

ຂ່າວ/ບົດ​ອື່ນ