ການ​ເຄື່ອນ​ໄຫວ​ຂອງທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ເວືອງ​ດິ່ງ​ເຫ້​ວ​ ​ຢູ່ ມຽນ​ມາ

(VOVWORLD) -  ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ມຽນມາ, ວັນທີ 18 ມິຖຸນາ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ລັດຖະມົນຕີກະຊວງແຜນການ ແລະ ການເງິນ ມຽນມາ Soe Win; ໄປຢ້ຽມຢາມພະນັກງານ, ພາລະກອນຢູ່ສະຖານທູດ ຫວຽດນາມ ປະຈຳ ມຽນມາ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ Yangon, ເຮັດວຽກກັບຜູ້ຕາງໜ້າບາງວິສະຫະກິດ ຫວຽດນາມ ຢູ່ ມຽນມາ.

`

ການ​ເຄື່ອນ​ໄຫວ​ຂອງທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ເວືອງ​ດິ່ງ​ເຫ້​ວ​ ​ຢູ່ ມຽນ​ມາ - ảnh 1 ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ  ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການເງິນ ມຽນມາ Soe Win (ພາບ: VGP/ແທ່ງຈຸງ)

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງແຜນການ ແລະ ການເງິນ Soe Win, ສອງຝ່າຍໄດ້ຕີລາຄາການຮ່ວມມື ດ້ານເສດຖະກິດ - ການຄ້າ - ການລົງທຶນ, ການເງິນ - ທະນາຄານ ລະຫວ່າງ ຫວຽດນາມ ແລະ ມຽນມາ ໃນໄລຍະທີ່ຜ່ານມາໄດ້ມີຄວາມຈະເລີນເຕີບໂຕ, ບັນລຸໄດ້ໝາກຜົນທີ່ດີິພໍສົມຄວນຫຼາຍຢ່າງ, ເປັນຕົ້ນແມ່ນ, ວົງເງິນການຄ້າສອງສົ້ນໄດ້ເພີ່ມແຕ່ 250 ລ້ານ USD ໃນປີ 2011 ຂຶ້ນເຖິງ 860 ລ້ານ USD ໃນປີ 2018, ສະເລ່ຍແມ່ນຫຼາຍກ່ວາ 19%/ ປີ, ນຳເອົາຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 9 ຂອງ ມຽນມາ. ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ເລື່ອງ ຫວຽດນາມ ໄດ້ບືນຕົວຂຶ້ນເປັນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 7 ຂອງ ມຽນມາ ດ້ວຍ ໂຄງການລົງທຶນຂະໜາດໃຫຍ່ 18 ໂຄງການ ແລະ ມີຍອດທຶນຈົດທະບຽນບັນລຸໄດ້ເກືອບ 2.2 ຕື້ USD.

ແລະກໍ່ໃນຂອບເຂດການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ລົງຢ້ຽມຢາມພະນັກງານ, ພາລະກອນຢູ່ສະຖານທູດ ຫວຽດນາມ ປະຈຳ ມຽນມາ ແລະ ພົບປະກັບປະຊາຄົມ ຫວຽດນາມ ຢູ່ Yangon, ຢ້ຽມຊົມຫ້ອງການຕາງໜ້າຂອງບາງວິສາຫະກິດ ຫວຽດນາມດີເດັ່ນຢູ່ ມຽນມາ. ທີ່ການໂອ້ລົມ, ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ລັດຖະບານ  ແລະ ປະຊາຊົນ ມຽນມາ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ໃນທຸກໆຂົງເຂດ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ປະຊາຄົມຊາວ ຫວຽດນາມ ປະຕິບັດກົດໝາຍຂອງປະເທດປະຈຳຖິ່ນຢ່າງຖືກຕ້ອງ, ມີຄວາມສາມັກຄີ, ຊ່ວຍເຫຼືອກັນ ແລະ ມີການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງປະກອບສ່ວນໃຫ້ແກ່ການພົວພັນສອງປະເທດ.

        ທີ່ການເຮັດວຽກກັບວິສາຫະກິດ ຫວຽດນາມ ຢູ່ ມຽນມາ, ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ ການນຳສອງປະເທດໄດ້ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການຮ່ວມມືທາງການຄ້າ ແລະ ການລົງທຶນ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸໄດ້ເປົ້າໝາຍ ກ່ວາ 1 ຕື້ USD ໃນປີ 2020, ພ້ອມທັງເພີ່ມທະວີການລົງທຶນສອງສົ້ນຢ່າງແຮງ. ທ່ານຮອງນາຍົກລັດຖະມົນຕີ ກໍ່ແລກປ່ຽນກັບການນຳ ມຽນມາ ກ່ຽວກັບບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດກ່ວາອີກ. ທ່ານຍັງສະເໜີໃຫ້ຝ່າຍ ມຽນມາ ສ້າງເງື່ອນໄຂສະດວກ ແລະ ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພໃຫ້ແກ່ການລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ