ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມທີ່ກອງປະຊຸມAPEC 26

(VOVWORLD) - ໃນຂອບເຂດສັບປະດາຂັ້ນສູງ APEC ຄັ້ງທີ 26 ດຳເນີນຢູ່ນະຄອນຫລວງ Port Moresby ປະເທດປາປົວນິວກີເນ, ວັນທີ 18 ພະຈິກ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມີການພົບປະກັບທ່ານ  Winston Petters ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ນີວຊີແລນ.

ສອງຝ່າຍເຫັນດີເພີ່ມທະວີການປະສານສົມທົບນຳກັນຢ່າງແຫນ້ນແຟ້ນໃນບັນດາເວທີປາໄສຫລາຍຝ່າຍ, ໃນນັ້ນ ມີ ອາຊຽນ, ເອເປັກ, ສະຫະປະຊາຊາດ ແລະ ເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາຄວາມໝັ້ນຄົງ, ສະຖຽນລະພາບ,ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ໂດຍອີງໃສ່ກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ ແລະການຄ້າບໍ່ຖືກກີດຂວາງສຳລັບສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ສະເຫນີ ນິວເຊີແລນ ເພີ່ມໂຄຕາພົນລະເມືອງຫວຽດນາມ ເຂົ້າຮ່ວມລາຍການອອກແຮງງານໃນຍາມພັກການທຸກປີ. ທ່ານ Winston Petters ລັດຖະມົນຕີການຕ່າງປະເທດ ນິວເຊີແລນ ໄດ້ຕີລາຄາສູງເລື່ອງຫວຽດນາມ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມ ປາຊີຟິກ (CPTPP), ສະແດງຄວາມຕັດສິນໃຈສືບຕໍ່ປ່ຽນໃຫມ່ຮອບດ້ານ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແຫນ້ນແຟ້ນ ແລະ ຫນູນຊ່ວຍຫວຽດນາມ ໃນວິວັດການຜັນຂະຫຍາຍສັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ