ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດ​ນາມ ຝ້າມບິນມິນ ຢູ່ລາວ


ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດ​ນາມ ຝ້າມບິນມິນ ຢູ່ລາວ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ຝ້າມ​ບິນ​ມິນ ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ

(vovworld)- ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ປີນ​ອ້ອມ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ແຕ່​ວັນ​ທີ 23-26/7, ຕອນ​ບ່າຍ​ວັນ​ທີ 23/7, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ຝ້າມ​ບິນ​ມິນ ໄດ້​ມີ​ການ​ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊີ້​ນຳ​ກະ​ຊວງ​ການ​ຕ່​າງ​ປະ​ເທດຂອງ 2 ປະ​ເທດ ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ໄດ້​ບັນ​ລຸ​ໄດ້​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຂອງ​ຜູ້​ນຳ​ຂັ້ນ​ສູງຂອງ​ 2 ປະ​ເທດຢ່າງ​ມີ​ປະ​ສິດ​ທິ​ຜົນ. 2 ຝ່າຍ​ເຫັນ​ດີ​ຈະ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 55 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ແລະ 40 ປີ​ແຫ່ງວັນ​ເຊັນ​ສັນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ-ລາວ​ໃນ​ປີ 2017 ຢ່າງ​ສຳ​ເລັດ​ຜົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ຝ້າມ​ບິນ​ມິນ ຢືນ​ຢັນ​ວ່າ ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ລາວ​ເຮັດ​ສຳ​ເລັດ​ບົດ​ບາດ​ເປັນ​ປະ​ທານ​ອາຊຽນ ແລະ ຖື​ວ່າ ຜົນ​ສຳ​ເລັດ​ຂອງ​ລາ​ວ ກໍ​ແມ່ນ​ຜົນ​ສຳ​ເລັດ​ຂອງອາ​ຊຽນ ແລະ ​ຫວຽດ​ນາມ.

    ແລະ ກໍ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ຝ້າມ​ບິນ​ມິນ ກ​ໍ​ໄດ້​ມີ​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ ບ​ຣູ​ໄນ ແລະ ທີ່​ປຶກ​ສາຂອງລັດ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ລັດ​ຖະ​ມົນ​ຕີ​ປະ​ຈຳ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ.
ຂ່າວ/ບົດ​ອື່ນ