ການເຄື່ອນໄຫວຂອງນາຍົກລັດຖະມົນຕີຫງວຽນຊວນຟຸກໃນຂອບເຂດກອງປະຊຸມສຸດຍອດອາຊຽນ 31

(VOVWORLD) -ຕອນເຊົ້າວັນທີ 13 ພະຈິກ, ຢູ່ມານີລາ ປະເທດຟີລິບປິນ, ພາຍຫຼັງພິທີໄຂກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມຄົບຄະນະ
ການເຄື່ອນໄຫວຂອງນາຍົກລັດຖະມົນຕີຫງວຽນຊວນຟຸກໃນຂອບເຂດກອງປະຊຸມສຸດຍອດອາຊຽນ 31 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກທີ່ກອງປະຊຸມສຸດຍອດອາຊຽນ 31 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຢືນຢັນເຖິງຄວາມໝາຍຂອງປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ ເນັ້ນໜັກເຖິງ 3 ຈຸດສຸມຮ່ວມມືທີ່ອາຊຽນຕ້ອງເລັ່ງໃສ່ໃນໄລຍະທີ່ຈະມາເຖິງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີອາຊຽນຄວນສຸມໃສ່ດ້ານຜົນປະໂຫຍດຂອງປະຊາຊົນ, ພະຍາຍາມເຮັດໃຫ້ສີສັນຂອງຕົນໃໝ່ອ່ຽມໂດຍຜ່ານການຊຸກຍູ້ບັນດາບັນຫາຮ່ວມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ອາຊຽນເອົາໃຈໃສ່ກ່ວາອີກເຖິງການສ້າງປະຊາຄົມເສດຖະກິດອາຊຽນ ແລະ ການພັດທະນາຂອງວິສາຫະກິດໂດຍຜ່ານການຊຸກຍູ້ການຮ່ວມສຳພັນເສດຖະກິດ ແລະ ການຄ້າພາຍໃນກຸ່ມ.

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກສະເໜີວ່າ ບັນດາເອກະສານຂອງປະຊຸມຄັ້ງນີ້ ສ່ອງແສງຢ່າງຄົບຖ້ວນກ່ຽວກັບບັນດາຫຼັກການ, ຫຼັກໝັ້ນຄືໄດ້ສະແດງອອກໃນແຈ້ງການຮ່ວມກອງປະຊຸມ AMM 50 ຊຶ່ງລວມມີການຮັບປະກັນຄວາມໝັ້ນຄົງປອດໄພ, ເສລີພາບໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ປະຕິບັດຖະແຫຼງການ DOC ຢ່າງເຂັ້ມງວດ…

   ຢູ່ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 31, ໃນຕອນເຊົ້າວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ. ນາຍົກລັດຖະມົນຕີທັງ 3 ທ່ານໄດ້ພ້ອມກັນ ແລກປ່ຽນ, ແບ່ງປັນບົດຮຽນເພື່ອຊຸກຍູ້ການຮ່ວມມືໃນບັນຫາພາກພື້ນ ແລະ  ສາກົນທີ່ຕ່າງຝ່າຍກໍມີຄວາມສົນໃຈ, ເຫັນດີສົມທົບກັບປະເທດພາຄີອື່ນເພື່ອຜົນສຳເລັດຂອງກອງປະຊຸມຄັ້ງນີ້.

     ແລະ ກໍພາຍຫຼັງສິ້ນສຸດ ກອງປະຊຸມສຸດຍອດອາຊຽນຄັ້ງທີ 31, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ 2 ປະເທດຈົ່ງສົມທົບກັນຢ່າງແໜ້ນແຟ້ນ, ຍົກສູງປະສິດທິຜົນບັນດາຂົງເຂດຮ່ວມມືລະຫວ່າງ 2 ຝ່າຍ, ສືບຕໍ່ເປີດກ້ວາງຂອບເຂດການຄ້າ 2 ຝ່າຍ ແລະ ຊຸກຍູ້ການຄ້າ 2 ຝ່າຍພັດທະນາຢ່າງດຸ່ນດ່ຽງ ແລະ ສົດໃສ.

    ສ່ວນທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ຢືນຢັນວ່າ ພັກ, ລັດຖະບານ ແລະ ປະຊາຊົນຈີນຖືເປັນສຳຄັນທີ່ສຸດ ການປັບປຸງ ແລະ ພັດທະນາການພົວພັນຖານເພື່ອນບ້ານໃກ້ຄຽງມິດຕະພາບ, ຮ່ວມມືຮອບດ້ານກັບຫວຽດນາມ. ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ກໍເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່ຽວກັບເລື່ອງຈີນຕ້ອງມີມາດຕະການຊຸກຍູ້ການຄ້າ 2 ຝ່າຍ, ສ້າງເງື່ອນໄຂເພື່ອໃຫ້ບັນດາປະເພດສິນຄ້າທີ່ຫວຽດນາມມີທ່າແຮງໄດ້ນຳເຂົ້າຕະຫຼາດຈີນ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ຖືວ່າ 2 ຝ່າຍຄວນປະຕິບັດຕາມການຮັບຮູ້ລວມຂອງການນຳ 2 ປະເທດ, ຄຸ້ມຄອງ ແລະ ຄວບຄຸມຄວາມບໍ່ລົງລອຍກັນ, ຮັກສາສັນຕິພາບ, ສະຖຽນລະພາບບົນທະເລ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ