ການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມຢູ່ຕ່າງປະເທດໃນໂລກ

ການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມຢູ່ຕ່າງປະເທດໃນໂລກ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ບ໋າ​ຮູ່ງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) - ​ການ​ຕ້ອນ​ຮັບບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ລະ​ກາເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ, ເຕັມ​ໄປ​ດ້ວຍ​ສີ​ສັນ​ລະ​ດູ​ບານ​ໃໝ່​ໄດ້​​ດຳ​ເນີນໃນ​ວັນ​ທ​ີ 22/1, ທີ່​ສຳ​ນັກ​ງານ​ສະ​ຖານ​ທ​ູ​ດ ຫວຽດ​ນາມ ປະ​ຈຳ​ລອນດອນ, ນະ​ຄອນຫຼວງ​ລາ​ຊະ​ນາ​ຈັກ ອັງ​ກິດ, ດ້ວຍ​ການ​ມີ​ໜ້າ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ເກືອບ 400 ຄົນ​ທີ່​ມາ​ຈາ​ກ​ທຸກ​ແຖບ​ຖິ່ນ​ໃນ​ທົ່​ວ​ປະ​ເທດ ອັງ​ກິດ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ ຫງວຽນ​ວັນ​ຖາວ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ, ໄດ້​ຢັ້ງ​ຢືນ​ວ່າ: ປ​ະ​ຊາ​ຄົມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ຕ່າງ​ປະ​ເທດ​ແມ່​ນ​ພາກ​ສ່ວນ​ໜຶ່ງ​ຂອງ​ຊາດ​ຫວຽດ​ນາມ, ຮຽກ​ຮ້ອງ​ໃຫ​້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຢູ່ ອັງ​ກິດ ພ້ອມ​ກັນ​ຮ່ວມແຮງ​ຮ່ວມ​ໃຈ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ເວົ້າ​ລວມກໍ່​ຄື​ການ​ພົວ​ພັນ ຫວຽດ​ນາມ - ອັງ​ກິດ​ເວົ້າ​ສະ​ເພາະ.

        ທີ່​ນະ​ຄອນ Sao Paulo, ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ປ​ຣາ​ຊິນ ແລະ ຄະ​ນະ​ຕິ​ດ​ຕໍ່​ພົວ​ພັນ​ປະ​ກັບຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ປະ​ເທດນີ້ ໄດ້​ຈັດ​ຕັ້ງ​​ງານ​ພົບ​ປະ​ສ້າງ​ສັນ​ເນື່ອງ​ໃນ​ໂອ​ກາດ​ບຸ​ນ​ປີ​ໃໝ່​ປີ​ລ​ະ​ກາ 2017.

        ຕອນ​ຄ່ຳ​ວັນ​ທີ 22/1, ຢູ່ Fukuoka, ປະ​ເທດ ຍີ່​ປຸ່ນ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ແລະ ສະ​ມາ​ຄົມ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ Fukuoka ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​​ງານບ​ຸນ​ເຕັດ​ວົງ​ຄະ​ນະ​ຍາດ​ຕ້ອນ​ຮັບ​ບຸນ​ປີໃໝ່​ປີ​ລະ​ກາ 2017, ​ອັນ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຄູ​​ອາ​ຈານ, ນັ​ກ​ສຶກ​ສາ​ສາ​ກົນຫຼາຍ​ຄົນ ແລະ ກ່​ວາ 300 ຄົ​ນ, ເຊິ່ງ​ແມ່ນ​ຜູ້​ຕາງ​ໜ້າ​ໃຫ້​ແກ່ຊາວ ຫວຽດ​ນາມ 14.500 ຄົນ​ທີ່ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່​ເຂດ Kyushu – Okinawa, ປະ​ເທດ ຍີ່​ປຸ່ນ.

        ກ່ອນ​ໜ້ານັ້ນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳໂຮນ​ລັງ, ກໍ່ໄດ້​ຈັດ​ຕັ້ງ​​ງານ​ພົບ​ປະ​ສ້າງ​ສັນ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ລະ​ກາ 2017 ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ປະ​ຈຳ ໂຮນ​ລັງ. ຕ​ອນ​ຄ​ຳ່​ວັນ​ທີ 21/1, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ ກໍ່​ໄດ້​ຈັດ​ຕັ້ງ​​ລາຍ​ການບຸນ​ເຕັດ​ວົງ​ຄະ​ນະ​ຍາດ​ຕ້ອນ​ຮັບ​ບຸນ​ປ​ີ​ໃໝ່​ລະ​ກາ 2017 ເຊັ່ນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ