ການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ

ການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ​ຈັດ​ຕັ້ງ​ລາຍ​ການອວຍ​ພອນ​ປີ​ໃໝ່
(ພາບ​ປະ​ກອບ: TTXVN)


(vovworld) - ​ວັນ​ທີ 23/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ໄດ້​ຈັດ​ຕັ້ງ​ລາຍ​ການອວຍ​ພອນ​ປີ​ໃໝ່, ມອບ​ຂອງ​ຂວັນໃຫ້​ພໍ່​ແມ່​ປະ​ຊ​າ​ຊົນ​ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຢ​ູ່​ແຂວງ Kandal, ເພື່ອ​ແນ​ໃສ່​ຊ່ວຍ​ປະ​ຊາ​ຄົ​ມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ທີ່ນີ້​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​​ດ້ວຍ​ຄວາມ​ອົບ​ອຸ່ນ ແລະ ຄົບ​ຖ້ວນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກຸ​ສົນ ແລະ ວຽກ​ງານ​ປະ​ຊາ​ຄົມ​ໂດຍ​ສະ​ຖານ​ທູດ​ສົມ​ທົບ​ກັບ​ທະ​ນາ​ຄານກະ​ສິກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຢ​ູ່​ກຳ​ປູ​ເຈ​ຍ ຈັດ​ຕັ້ງ. ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ມອບ​ຂອ​ມ​ຂວັນ 200 ພູດ, ແຕ່​ລະ​ພ​ູດ​ແມ່ນ​ເຂົ້າ​ສານ 20 ໂລ ໃຫ້​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ​ອາ​ໄສ​ຢູ່​ຕ່າງ​ປະ​ເທດທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເມືອງ Kean Svay.

        ຕອນ​ຄ່່ຳ​ວັນ​ທີ 23/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈ​ຳ​ອິນ​ໂດ​ເນ​ເຊຍ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຊາ​ຄົມ​ປີ​ລະ​ກາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ, ນັກ​ສຶກ​ສາ, ນັກ​ຮຽນ​ທີ່​ພວມ​ເຮັດ​ວຽກ, ຮ່ຳ​ຮຽນ​ຢູ່​ອິ​ນ​ໂດ​ເນ​ເຊຍ, ພ້ອມ​ກັບ​ຜູ້​ຕາງ​ໜ້າສະ​ຖານ​ທູດ​ບາງ​ປະ​ເທດ ແລະ ບາງອົງ​ການ​ຈັດ​ຕັ້ງ​ຂອງ​ອິນ​ໂດ​ເນ​ເຊຍ ​ເກືອບ 300 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ໂດ​ເນ​ເຊຍ ຮ່​ວາງ​ແອງ​ຕ໋ວນ​ ໄດ້​ຝາກ​ຄຳ​ຂອບ​ອົກ​ຂອບ​ໃຈເຖິງ​ເພື່ອນ​ມິດ​ສາ​ກົນ​ໃນ​ຄ​ະ​ນະ​ທຸ​​ຕາ​​ນຸ​ທູດ ແລະ ເພື່ອນ​ມິດ​ອິນ​ໂດ​ເນ​ເຊຍ ໃນ​ໄລ​ຍະ​ຜ່ານ​​ຍາມ​ໃດ​ກໍ່​ຮ່ວມ​ມື, ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເວົ້າ​ລວມ ແລະ ສະ​ຖານ​ທູດ​ຫວຽດ​ນາມ ເວ​ົ້າ​ສະ​ເພາະ, ພ້​ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໃນ​ອະ​ນາ​ຄົດ.

        ກ່ອນ​ໜ້ານັ້ນ, ວັນ​ທີ 22/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາ​ຊາ​ອາ​ນາ​ຈັກ ມາ​ຣົກ ກໍ່​ຈ​ັດ​​ຕັ້ງ​ງານ​ພົບ​ປະ​ສ້າງ​ສັນ​ຕ້ອນ​ຮັບ​​ປີ​ໃໝ່​ປີ​ລະ​ກາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ ແລະ ນັກ​ສຶກ​ສາ​ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່​ມາ​ຣົກ.

        ຕອນ​ຄ່ຳ​ວັນ​ທີ 22/01, ພໍ່​ແມ່​ປະ​ຊ​າ​ຊົນຊາວ​ຫວຽດ​ນາມ, ພະ​ນັກ​ງານ, ນັກ​ສຶກ​ສາ​ພວມ​ດຳ​ລົງ​ຊີ​ວິດ, ຮໍ່​າ​ຮຽນ ແລະ ເຮັດ​ວຽກຢ​ູ່​ອິດ​ສະ​ຣາ​ແອ​ນ ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສ້າງ​ສັນ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຊາ​ຄົມ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ລະ​ກາ ໂດຍ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອິດ​ສະ​ຣາ​ແອນ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​​ງານ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປ​ະ​ຈຳ​ອິດ​ສະ​ຣາ​ແອນ ກາວ​ຮ່​ວາງ​ກ໋ວກ​ຫາຍ ເນັ້ນ​ໜັກ​ວ່າ, ບຸ​ນ​ເຕັດ​ປະ​ຊາ​ຄົມ​ປີນີ້ ​ດຳ​ນີນ​​ໄປໃນ​ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ ແລະ ອົບ​ອຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກໍ​ແຈ້ງ​ໃຫ້​ພໍ່​ແມ່​ປະ​ຊ​າ​ຊົນ​ຊາວ​ຫວຽດ​ນາມ ​ຮັບ​ຊາບກ່ຽວ​ກັບ​ສະ​ພາບ​ການ​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ, ການ​ພົວ​ພ​ັນ​ລະ​ຫວ່າງ​ຫວຽດ​ນາມ - ອິດ​ສະ​ຣາ​ແອນ ໃນ​ປີ​ຜ່ານ​ມາ ແລະ ບາງ​​ຂໍ້ກຳ​ນົດ​ທິດ​ໃຫຍ່​ໃນ​ການ​ພົ​ວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ປີ​ຈະ​ມາ​ເຖິງ.

        ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ລະ​ກາ ແລະ 87 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ຢູ່​ນະ​ຄອນ​ຫຼວງ Wellington, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ນິວ​ຊີ​ແລນ ໄດ້​ຈັດ​​ຕັ້ງ​ງານ​ພົບ​ປະ​ສ້າງ​ສັນ​ປະ​ຊາ​ຄົມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ, ນັກ​ສຶກ​ສາ​ທີ່​ພວ​ມ​ດຳ​ລົງ​ຊີ​ວິດ, ​ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ Wellington ແລະ ບັນ​ດາ​ນະ​ຄອນ​ໃກ້​ຄຽງ… ເປັນ​ຈຳ​ນວນ​ຫຼາຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ຫວຽດ​ຢຸງ ປາດ​ຖະ​ໜາ​ວ່າ, ປະ​ຊ​າ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ນິວ​ຊີ​ແລນ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົວ​ເຊື່ອມ​ຕໍ່​ທີ່​ມີ​ປະ​ສິດ​ທ​ິ​ຜົນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ທີ່ນັບ​ມື້​ນັບ​ດີ​ງາມ​ລະ​ຫວ່າງ​ຫວຽດ​ນາມ ແລະ ນິວ​ຊ​ີ​ແລນ.

ຂ່າວ/ບົດ​ອື່ນ