ການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງໃນໂອກາດບຸນເຕັດວຽນມາ

ການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງໃນໂອກາດບຸນເຕັດວຽນມາ - ảnh 1
ຄະນະ​ການ​ນຳ​ນະຄອນ ຮ່າ​ໂນ້ຍ ​ໄດ້​​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່
ອະດີດ​ເລຂາທິການ​ໃຫຍ່ ​ໂດ​ເມື່ອຍ
(ພາບ: vietthanh)

(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ, ຄະນະ​ການ​ນຳ​ນະຄອນ ຮ່າ​ໂນ້ຍ ​ໄດ້​​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ບັນດາ​ພະນັກງານ​ອະດີດ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ​ຄື: ອະດີດ​ເລຂາທິການ​ໃຫຍ່ ​ໂດ​ເມື່ອຍ, ອະດີດ​ເລຂາທິການ​ໃຫຍ່ ​ເລຂາ​ຟຽວ, ອະດີດ​ເລຂາທິການ​ໃຫຍ່ ນົງ​ດຶກ​ແມ້ງ, ອະດີດ​ປະທານ​ປະ​ເທດ ​ເລ​ດຶກ​ແອ​ງ, ອະດີດ​ປະທານ​ປະ​ເທດ ​ເຈິ່ນດຶກ​ເລືອ​ງ, ອະດີດ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ວັນ​ອານ, ອະດີດ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ​ແລະ ກໍ່​ໃນ​ໂອກາດ​ນີ້, ການ​ນຳ​ນະຄອນ ຮ່າ​ໂນ້ຍ ກໍ່​ໄດ້​ໄປ​ອວຍພອນ​ປີ​ໃໝ່​ບັນດາ​ຄອບຄົວ​ນະ​ໂຍບາຍ, ປະຊາຊົນ​ໃນ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ນະຄອນຫຼວງ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ​ໄດ້​ຫັກ​ງົບປະມານຂອງ​ນະຄອນ​ເພື່ອ​ມອບ​ເປັນ​ຂອງຂວັນ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ພະນັກງານ​ກິນ​ເບ້ຍ​ບຳ​ນານ.

        ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ ຟູ໋ທໍ້ ສົມທົບ​ກັບ​ທ້ອງ​ຖີ່​ນຕ່າງໆ ​ແລະ ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ ​ໄດ້​ມອບ​ຂອງຂວັນ​ກວ່າ 24.000 ພູດ, ລວມມູນ​ຄ່າ​ເກືອບ 8 ຕື້​ດົ່ງ​ໃຫ້​ຄົນ​ທຸກ​ຍາກ, ຜູ້​ປະສົບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ໃນ​ບໍລິ​ເວນ​ແຂວງ, ​ໄລ່​ຮອດ​ວັນ​ທີ 24/1, ​ແຂວງ ຮ່າ​ຕິງ ​ໄດ້​ຫັກ​ງົບປະມານ​ ກວ່າ 22 ຕື້​ດົ່ງຂອງ​ຕົນ​ເພື່ອ​ຊື້​ຂອງ​ຂັວນມອບ​ໃຫ້ 118.000 ຄົນ, ​ໃນ​ໂອກາດ​ນີ້, ​ແຂວງ ຮ່າ​ຕິງ ກໍ່​ຈັດ​ຕັ້ງ​ການ​ຢ້ຽມຢາມ, ມອບ​ຂອງຂວັນ​ຢູ່​ບັນດາ​ກົມ​ກອງ​ບຳລຸງ​ລ້ຽງ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ​ຢູ່​ພາຍ​ໃນ ​ແລະ ນອກ​ແຂວງ.

 

ຂ່າວ/ບົດ​ອື່ນ