ການເຄື່ອນໄຫວຕ່າງໆ ສະເຫຼີມສະຫລອງວັນທີ 27/7

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫລອງວັນທີ 27/7 - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ​ລົງ​ຢ້ຽມຢາມ ​ແລະ
ມອບ​ຂອງຂວັນ​ໜູນ​ຊ່ວຍ​ຄ່າ​ກໍ່ສ້າງ​ເຮືອນ​​ແຫ່ງ​ສາຍ​ຈິດ​ມິດ​ໃຈ
(ພາບ: TTXVN)


ຕອນ​ເຊົ້າ​ວັນ​ທີ 28/07, ຄະນະ​ປະຕິບັດ​ງານ​ສູນ​ກາງ​ໂດຍ​ທ່ານ​ຫງວຽນ​ທ້ຽນ​ເຍີ​ນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ​ເປັນ​ຫົວ​ໜ້າ​ຄະນະ ​ໄດ້​ລົງ​ເຮັດ​ວຽກ​ຢູ່​ແຂ​ວງ ນາມ​ດິ້ງ ກ່ຽວ​ກັບ​ໝາກຜົນ​ແຫ່ງການ​ຜັນ​ຂະຫຍາຍ​ການກວ​ດກາ​ປະຕິບັດ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

        ສະຫຼຸບ​ການ​ເຮັດ​ວຽກ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຍ້ອງຍໍ​​ຊົມເຊີຍແຂວງ​ນາມ​ດິ້ງ ຜັນ​ຂະຫຍາຍ​ວຽກ​ງານ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ສຳລັບຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໂດຍ​ໄວ, ຖື​ວ່າ ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ເປັນ​ພິ​ເສດ. ທ່ານ​ຫງວຽນ​ທ້ຽນ​ເຍີນ ​ຕັກ​ເຕືອນ​ວ່າ ນາມ​ດິ້ງ ຕ້ອງ​ຖອດ​ຖອນ​ບົດຮຽນ​ກ່ຽວຂ້ອງ​ເຖິງ​ບັນດາ​ກໍ​ລະ​ນີຜູ້​ມີ​ຄຸນງາມຄວາມດີ​ໄດ້​ຮັບ​ການຊ່ວຍເຫຼືອບໍ່​ຄົບ​ຖ້ວນ ​ແລະ ບໍ່ຖືກຕາມນະໂຍບາຍ; ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ຂຶ້ນ​ກັບ​ຄອບຄົວ​ທຸກ​ຍາກ.

        ​​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໜູນ​ຊ່ວຍ​ຄ່າ​ໃຊ້ຈ່າຍກໍ່ສ້າງ​ເຮືອນ​​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້ 3 ​ເປົ້າ​ໝາຍ​ນະ​ໂຍບາຍ​ຢູ່​ເມືອງ ອີ໋ອຽນ, ນາມ​ຈຶ້ກ ​ແລະ ນະຄອນ​ນາມ​ດິ້ງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ​ຜູ​້ມີ​ຄຸນງາມຄວາມດີຢູ່ແຂວງ​ກວາງ​ບິງກວ່າ 30.000 ຄົນ​ກໍ່​ໄດ້​ຮັບ​ຂອງ​ຂວັນ​ຈາກ​ປະທານ​ປະ​ເທດ ດ້ວຍ​ຍອດ​ຈຳນວນ​ເງິນ​ເກືອບ 6 ຕື້​ດົງ.

 ການເຄື່ອນໄຫວຕ່າງໆ ສະເຫຼີມສະຫລອງວັນທີ 27/7 - ảnh 2

(ພາບ: vtv1)

    ກ່ອນໜ້ານັ້ນ, ວັນ​ທີ 27/7, ທ່ານ​ພົນ​ເອກ​ເຈິ່ນດ້າຍ​ກວາງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ ​ແລະ ຖະຫວາຍ​ທູບ​ທຽນ​ຢູ່​ອະນຸສາວະລີທະຫານ​ເສຍ​ອົງຄະ, ນັກຮົ​ບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາ​ດ​ແຂວງ​ນິງບິ່ງ. ທ່ານ​ລັດ​ຖະມົນຕີ​ເຈິ່ນດ້າຍ​ກວາງ ກໍ່​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແມ່​ຫວຽດນາມ ວິລະ​ຊົນ​ຈຳນວນ 1 ຢູ່​ເມືອງ​ຍໍ​ກວານ ​ແລະ ສູນປິ່ນປົວ​ບຳລຸງ​ສຸຂະພາບທະຫານ​ສ​ເຍອົງຄະ​ຍໍ​ກວນ ​ແຂວງ​ນິງບິ່ງ.

  ລາຍການ​ພົບ​ປະ​ແລ​ກປ່ຽນ​ສະ​ແດງ​ສິລະ​ປະ “ສັກກະ​ລະ​ບູຊາ​ຫວຽດນາມ“ ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 27/7 ​ຢູ່ຮ່າ​ໂນ້ຍ​ ເພື່ອ​ເຊີ​ດຊູ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ບັນດານັກຮົ​ບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາ​ດ, ຄອບຄົວນັກຮົ​ບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາ​ດ, ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ເນັ້ນໜັກ​ວ່າ:

   “ລາຍການ​ພົບ​ປະ​ແລ​ກປ່ຽນ​ສະ​ແດງ​ສິລະ​ປະ “ສັກກະ​ລະ​ບູຊາ​ຫວຽດນາມ“ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ປະກອບສ່ວນ​ສຶກສາ​ອົບຮົມຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ອະດີດຕະການ​ອັນ​ສະຫງ່າ​ອົງອາດ, ​​ເພື່ອຄວາມ​ຮັບຜິດຊອບ​ຂອງ​ພວກ​ເຮົາ​ຕໍ່​ອະນາຄົດ. ຂ້າພະ​ເຈົ້າຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫ​ວຕອບ​ບູນ​ແທນ​ຄູນຂອງ​ຄະນະ​ຈັດຕັ້ງລາຍການ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າ​ງ ​ແລະ ອາລົມ​ຈິດ​ເພື່ອ​ຕອບ​ບູນ​ແທນ​ຄູນ​ຍາດຕິ​ພີ່ນ້ອງ ຄອບຄົວນັກຮົ​ບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາ​ດ“.

  ​ໃນວັນດຽວ​ກັນ, ຢູ່​ບ້ານ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ຢູ່​ດົ່ງ​ໂມ, ​ເທດສະ​ບານ​ເມືອງ​ເຊີນ​ໄຕ, ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​​ພິມີສວດ​ມົນ ​ແລະ​ພາວະນາຂໍ​​ໃຫ້​ດວງ​ວິນ​ຍານນັກຮົ​ບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາ​ດ​ໄປ​ສູ່​ສຸຂະ​ຕິ ​ແລະ ​ໃນ​ໂອກາດວັນ​ທະຫານ​ເສຍ​ອົງຄະ, ນັກຮົ​ບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາ​ດຄື​ວັນ​ທີ 27/7, ​ໃນ​ລາຍ​ນການ “ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ“ ​ເມື່ອ​ວັນ​ທີ 27/7, ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຢືນຢັນ​ວ່າ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ສຳລັບຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ. ຕາມທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ ​ແລ້ວ, ມາ​ຮອດ​ຈຸດ​ເວລາ​ນີ້, ທົ່ວ​ປະ​ເທດ​ຮັບ​ຮູ້​ວ່າ​ມີ 8,8 ລ້ານ​ຄົນໄດ້​ຊົມ​ໃຊ້​ນະ​ໂຍບາຍ​ບຸລິມະສິດ​./.

ຂ່າວ/ບົດ​ອື່ນ