ການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ວັນທີ 15 ກໍລະກົດ, ຢູ່ເມືອງຟຸກທໍ້, ນະຄອນຮ່າໂນ້ຍ, ຄະນະຊາວໜຸ່ມກອງທັບ ເປັນປະທານ ແລະ ສົມທົບກັບ ກົມການເມືອງກອງບັນຊານະຄອນຮ່າໂນ້ຍ, ໂຮງໝໍເສນາຮັກ 105 ( ກົມໃຫຍ່່ພະລາທິການ) ແລະ ບໍລິສັດໃຫຍ່ເສດຖະກິດເຕັກນິກ ອຸດສາຫະກໍາປ້ອງກັນປະເທດ ໄດ້ຈັດຕັ້ງ ພິທີປຸກລະດົມການເຄື່ອນໄຫວຕອບບຸນແທນຄຸນ ແລະ ນະໂຍບາຍສັງຄົມຂອງໄວໜຸ່ມກອງທັບ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2018).

ການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1ຄະນະຊາວໜຸ່ມທົ່ວກອງທັບ ແລະ ບໍລິສັດໃຫຍ່ເສດຖະກິດເຕັກນິກ ອຸດສາຫະກໍາປ້ອງກັນປະເທດ ມອບເຮືອນ 02 ຫຼັງ ໃຫ້ 02 ຄອບຄົວເປົ້າໝາຍນະໂຍບາຍ

ທ່ານພັນໂທ ດິງກັວກຮຸ່ງ, ຫົວໜ້າຄະນະຊາວໜຸ່ມກອງທັບ, ໃຫ້ຮູ້ວ່າ ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມທົ່ວກອງທັບ ໄດ້ ແລະ ພວມສົມທົບກັນຈັດຕັ້ງ “ຂະບວນການຈາລຶກບຸນຄຸນ”  ດ້ວຍບັນດາການເຄື່ອນໄຫວໜູນຊ່ວຍສັງຄົມ, ການຕອບບຸນແທນຄຸນໃນທົ່ວປະເທດ. ບັນດາການກະທໍາລະອຽດ, ແທດຈິງໃນ “ຂະບວນການຈາລຶກບຸນຄຸນ” ຂອງໄວໜຸ່ມກອງທັບປີ ນີ້ ລວມມີ: ການຢ້ຽມຢາມຖາມຂ່າວ, ປຸກລະດົມ, ມອບອຸປະກອນຮັບໃຊ້ການຜະລິດ ແລະ ເຄື່ອງໃຊ້ສອຍ, ມອບປຶ້ມເງິນຝາກປະຢັດ, ມອບຂອງຂວັນ, ຊ່ວຍເຫຼືອສ້ອມແປງ, ກໍ່ສ້າງເຮືອນ, ມອບເຮືອນ, ເຂົ້າຮ່ວມການເບິ່ງແຍງດູແລ, ຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ ໃຫ້ບັນດາເປົ້າໝາຍນະໂຍບາຍ ແລະ ປະຊາຊົນທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ