ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ

(VOVWORLD) -ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Teresa Ribeiro, ລັດຖະມົນຕີການຕ່າງປະເທດປັອກຕຸຍການ.

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ຕ້ອນຮັບທ່ານນາງ Teresa Ribeiro, ລັດຖະມົນຕີການຕ່າງປະເທດປັອກຕຸຍການ

(ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ປັອກຕຸຍການ ສະໜັບສະໜູນເລື່ອງຊຸກຍູ້ອີຢູ ລົງນາມເປັນທາງການ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ, ສ້າງຄວາມສະດວກໃຫ້ແກ່ການພັດທະນາທາງດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ປັອກຕຸຍການ.

        ສ່ວນທ່ານນາງ Teresa Ribeiro ຖືວ່າ: ແນ່ນອນວ່າບັນດາວິສາຫະກິດ ປັອກຕຸຍການ ຈະເອົາໃຈໃສ່ເຖິງຕະຫຼາດຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດຄື: ການທ່ອງທ່ຽວ, ໂຮງແຮມ. ການສະໜັບສະໜູນ EVFTA, ທ່ານນາງ Teresa Ribeiro ສະແດງຄວາມເຊື່ອໝັ້ນວ່າ, 2 ຝ່າຍຈະລົງນາມໃນປີ 2018, ເປີດໜ້າໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ.

        ແລະກໍ່ໃນຕອນບ່າຍວັນທີ 23 ພະຈິກ, ທີ່ການຕ້ອນຮັບທ່ານ Chey Tae won, ປະທານກຸ່ມບໍລິສັດ SK Group, ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ SK Group ຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະສົບຜົນສຳເລັດຢູ່ຫວຽດນາມ.

        ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Hiroshi Ozaki, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ Osaka, ປະເທດຍີ່ປຸ່ນ ໃນຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ປາດຖະໜາຢາກໃຫ້ ວິສາຫະກິດຍີ່ປຸ່ນ ແລະ  Osaka ເປີດກວ້າງ ການລົງທຶນຢູ່ຫວຽດນາມ ໃນທຸກຂົງເຂດ, ໂດຍສະເພາະແມ່ນການຈຳໜ່າຍ, ປຸ່ງແຕ່ງສິນຄ້າ ຜະລິດຕະພັນກະເສດ, ຜະລິດອຸດສາຫະກຳໜູນຊ່ວຍ… ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທ່ານ Hiroshi Ozaki ເຂົ້າໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ເຊື່ອມຕໍ່ວິສາຫະກິດ Osaka ແລະ ຫວຽດນາມ; ຊົມເຊີຍຫ້ອງການການຄ້າ ແລະ ອຸດສາຫະກຳ Osaka ໄດ້ມີການເຄື່ອນໄຫວຫຼາຍຢ່າງ ແລະ ໂຄງການຮ່ວມມືກັບຫວຽດນາມ.

        ສ່ວນທ່ານ Hiroshi Ozaki ໃຫ້ຮູ້ວ່າ, ວິສາຫະກິດ Osaka ປາດຖະໜາຢາກເປີດກວ້າງກາລະໂອກາດລົງທຶນຢູ່ຫວຽດມາມ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນເຕັກໂນໂລຊີສູງ, ເປັນມິດກັບສິ່ງແວດລ້ອມ, ພັດທະນາຕົວເມືອງ, ພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ