ການເຄື່ອນໄຫວຕ່າງໆຂອງທ່ານປະທານາທິບໍດີອາກຊັງຕິນຢູ່ ຫວຽດນາມ

(VOVWORLD) -ໃນຂອບເຂດຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, ຕອນເຊົ້າວັນທີ 21 ກຸມພາ, ທ່ານປະທານາທິບໍດີ ສ. ອາກຊັງຕິນ Mauricio Macri ໄດ້ນຳໜ້າຄະນະຜູ້ແທນດ້ານການຄ້າ ແລະ ການລົງທຶນອາກຊັງຕິນ ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ອາກຊັງຕິນ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ຈັດຕັ້ງ.

ການເຄື່ອນໄຫວຕ່າງໆຂອງທ່ານປະທານາທິບໍດີອາກຊັງຕິນຢູ່ ຫວຽດນາມ - ảnh 1 ໃນຂອບເຂດການຢ້ຽມຢາມ ທ່ານປະທານາທິບໍດີອາກຊັງຕິນ Mauricio Macri ໄດ້ມີການເຈລະຈາ, ພົບປະເຈລະຈາຫຼາຍຄັ້ງກັບການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມ

(ພາບປະກອບ: TTXVN)

ເຂົ້າຮ່ວມເວທີປາໄສມີທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ; ຜູ້ຕາງໜ້າວິສາຫະກິດຫວຽດນາມ - ອາກຊັງຕິນ 300 ແຫ່ງ.

        ກ່າວຄຳເຫັນໄຂເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ, ເວທີປາໄສວິສາຫະກິດຫວຽດນາມ - ອາກຊັງຕິນ ແມ່ນຂີດໝາຍສຳຄັນ, ແມ່ນກຳລັງໜູນໃໝ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດເວົ້າລວມ ແລະ ບັນດານັກລົງທຶນ ອາກຊັງຕິນ ເວົ້າສະເພາະ ມາລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ຫວຽດນາມ.

        ສ່ວນທ່ານປະທານາທິບໍດີ ອາກຊັງຕິນ Mauricio Macri ໃຫ້ຮູ້ວ່າ, ບັນດາວິສາຫະກິດ ອາກຊັງຕິນ ປາດຖະໜາຢາກຊອກຫາທິດທາງເຊື່ອມຕໍ່ກັບວິສາຫະກິດ ຫວຽດນາມ ເພື່ອສາມາດຮ່ວມມື, ມຸ່ງໄປເຖິງການແບ່ງປັນບັນດາຜົນປະໂຫຍດລວມ. ທ່ານປະທານາທິບໍດີ Mauricio Macri, ໃຫ້ຮູ້ວ່າ.

        “ໃນການຢ້ຽມຢາມຄັ້ງນີ້, ພວກຂ້າພະເຈົ້າປາດຖະໜາຢາກປັບປຸງການພົວພັນລະຫວ່າງ 2 ປະເທດ, ຮ່ວມມືດ້ານການຄ້າ, ໂດຍເລີ່ມຈາກດ້ານເຕັກໂນໂລຊີ, ກະສິກຳ… ພວກຂ້າພະເຈົ້າບໍ່ພຽງແຕ່ຢາກຂາຍບັນດາຜະລິດຕະພັນກະເສດໃຫ້ແກ່ຫວຽດນາມ ເທົ່ານັ້ນ, ຫາກຍັງຢາກພັດທະນາເຕັກໂນໂລຊີກ່ຽວກັບກະສິກຳອີກດ້ວຍ. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ຢາກພັດທະນາກ່ຽວກັບຂົງເຂດໂທລະຄົມມະນາຄົມ.”

       ພາຍຫຼັງເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອາກຊັງຕິນ, ໃນວັນດຽວກັນ, ທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri ພ້ອມກັບພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 19 - 21 ກຸມພາ ຢ່າງຈົບງາມ, ຕາມຄຳເຊື້ອເຊີນຈາກທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ.

        ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີອາກຊັງຕິນ Mauricio Macri ໄດ້ມີການເຈລະຈາ, ພົບປະເຈລະຈາຫຼາຍຄັ້ງກັບການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມ.

        ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານາທິບໍດີອາກຊັງຕິນ Mauricio Macri ເນັ້ນໜັກວ່າ, ການຢ້ຽມຢາມຂອງທ່ານໃນຄັ້ງນີ້ແມ່ນເພື່ອແນໃສ່ປັບປຸງການພົວພັນ 2 ຝ່າຍ ເພື່ອແນໃສ່ຊອກຫາກາລະໂອກາດຮ່ວມມືຢ່າງລະອຽດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນທັງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ