ການເຄື່ອນໄຫວຕ່າງໆຂ່ຳນັບຮັບຕ້ອນວັນຄູ ຫວຽດນາມ 20/11

(VOVWORLD) - ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ຈະມີຫຼາຍໂຄງການ, ແຜນຮ່າງພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ໃນໄລຍະເຊື່ອມໂຍງກັບພາກພື້ນ ແລະ ໂລກ.
ການເຄື່ອນໄຫວຕ່າງໆຂ່ຳນັບຮັບຕ້ອນວັນຄູ ຫວຽດນາມ 20/11 - ảnh 1ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ໄດ້ລົງຢ້ຽມຢາມບັນດາຄູອາຈານດີເດັ່ນ 

ຕອນບ່າຍວັນທີ 19 ພະຈິກ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ໄດ້ລົງຢ້ຽມຢາມບັນດາຄູອາຈານດີເດັ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນຄູ ຫວຽດນາມ. ຢູ່ເຮືອນສ່ວນຕົວຂອງຮອງສາດສະດາຈານ, ປອ ຮວິ່ງວັນຮ່ວາງ, ອະດີດອະທິການບໍດີ ມະຫາວິທະຍາໄລສັບພະວິຊານະຄອນ ໂຮ່ຈີມິນ ແລະ ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ພ້ອມກັນຫວນຄືນຄວາມຊົງຈຳໃນອະດີດຄາວທີ່ທ່ານຍັງເປັນຄູສອນ. ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ຈະມີຫຼາຍໂຄງການ, ແຜນຮ່າງພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ໃນໄລຍະເຊື່ອມໂຍງກັບພາກພື້ນ ແລະ ໂລກ.

        ສ່ວນທ່ານຮອງສາດສະດາຈານ, ປອ ຮວິ່ງວັນຮ່ວາງ, ແບ່ງປັນວ່າ:

        “ປະເທດຊາດມີວັນຄູ ຫວຽດນາມ 20/11 ເພື່ອສະແດງຄວາມຮູ້ບຸນຄຸນບັນດາຄູ , ຂ້າພະເຈົ້າດີໃຈຫຼາຍ. ມື້ນີ້, ບັນດາຜູ້ເປັນຄູຄືຂ້າພະເຈົ້າ ໄດ້ຕ້ອນຮັບນັກສຶກສາມາຢ້ຽມຢາມຕົນດ້ວຍຄວາມຮັກແພງ. ລູກສິດມາຢ້ຽມຢາມຫຼາຍເຮັດໃຫ້ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈທີ່ສຸດ. ນີ້ ກໍ່ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າພົບປະບັນດາອະດີດນັກສຶກສາ. ເຖິງວ່າ ພວກນ້ອງໄດ້ດຳລົງຕຳແໜ່ງໃດກໍ່ຕາມ ເມື່ອມາຢ້ຽມຢາມກໍ່ລ້ວນແຕ່ສະແດງຄວາມເຄົາລົບຕໍ່ຄູຢູ່”

        ຢູ່ຮ່າໂນ້ຍ, ຕອນເຊົ້າວັນທີ 19 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 35 ປີແຫ່ງວັນຄູ ຫວຽດນາມ (20/11) ແລະ 40 ປີແຫ່ງວັນສ້າງຕັ້ງສະຖາບັນບຳລຸງສ້າງຫຼັງປະລິຍາຕີ, ຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕີລາຄາສູງບັນດາຜົນງານ, ຄວາມມານະພະຍາຍາມຂອງສະຖາບັນບຳລຸງສ້າງຫຼັງປະລິຍາຕີ (ມະຫາວິທະຍາໄລເສດຖະກິດແຫ່ງຊາດ) 40 ປີຜ່ານມາໄດ້ບຳລຸງສ້າງປະລິຍາໂທ, ປະລິຍາເອກນັບພັນໆຄົນ, ເຊິ່ງແມ່ນບັນດາຜູ້ທີ່ໄດ້ ແລະ ພວມປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອນເຊົ້າວັນທີ 20 ພະຈິກ, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຊຸມນຸມມິດຕິງສະເຫຼີມສະຫຼອງ 35 ປີແຫ່ງວັນຄູ ຫວຽດນາມ (20/11/1982 – 20/11/2017). ເນື່ອງໃນໂອກາດນີ້, ພັກ ແລະ ລັດໄດ້ມອບຫຼຽນໄຊເອກະລາດ 1 ຫຼຽນ, ຫຼຽນໄຊແຮງງານ 2 ຫຼຽນ ແລະ 2 ນາມມະຍົດຄູດີເດັ່ນໃຫ້ພະນັກງານຄູອາຈານທີ່ມີຜົນງານຫຼາຍຢ່າງໃນວຽກງານຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.

        ກ່າວຄຳເຫັນທີ່ພິທີຊຸມນຸມມິດຕິງ, ທ່ານ ຟ້າມມີງຈີ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງ ຮຽກຮ້ອງໃຫ້ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ຍົກລະດັບເຄື່ອງໝາຍຂອງສະຖາບັນກ່ວາອີກ:

        “ກາລະໂອກາດ ແລະສິ່ງທ້າທາຍແມ່ນໃຫຍ່ຫຼວງທີ່ສຸດ, ເຖິງວ່າປະຈຸບັນ, ສະຖາບັນໄດ້ປະຕິບັດແລ້ວກໍ່ຕາມ, ແຕ່ກໍ່ຕ້ອງ ຖືເປັນສຳຄັນ ແລະ ລົງທຶນຫຼາຍກ່ວາອີກກ່ຽວກັບໂຄງການສິດສອນ, ເລືອກຕັ້ງຖັນແຖວຄູອາຈານ, ສ້າງໂຄງປະກອບຫຼັກສູດການຮຽນໃຫ້ເໝາະສົມກັບສະພາບການໃໝ່. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍມູນເຊື້ອ 68 ປີແຫ່ງການສ້າງສາ ແລະ ພັດທະນາ, ສະຖາບັນຈະປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍໃນສະພາບການໃຫຍ່ເປັນຢ່າງດີ.”

ການເຄື່ອນໄຫວຕ່າງໆຂ່ຳນັບຮັບຕ້ອນວັນຄູ ຫວຽດນາມ 20/11 - ảnh 2

ທ່ານນາງ ດັ້ງທິງອັກທິ້ງ ກ່າວຄຳເຫັນທີ່ພິທີ

        ແລະ ກໍ່ໃນຕອນເຊົ້າວັນທີ 20 ພະຈິກ, ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ, ຂຶ້ນກັບມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ… ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ, ຊີ້ແຈ້ງວ່າ:

        “ໂຮງຮຽນຕ້ອງສືບຕໍ່ບັນລຸມາດຕະຖານ, ປ່ຽນໃໝ່ວິທີການບໍລິຫານມະຫາວິທະຍາໄລ, ສົມທົບກັນຍົກສູງຄຸນນະພາບຖັນແຖວຄູອາຈານ, ນັກຄົ້ນຄ້ວາ ເພື່ອພັດທະນາໃຫ້ກາຍເປັນມະຫາວິທະຍາໄລແຖວໜ້າໃນພາກພື້ນ ອາຊີ ກ່ຽວກັບຂົງເຂດວິທະຍາສາດ, ສັງຄົມ ແລະ ມະນຸດສາດໂດຍໄວ. ພິເສດ, ໂຮງຮຽນ ຕ້ອງເອົາໃຈໃສ່ເຖິງຄູອາຈານໜຸ່ມມີຄຸນນະທາດການເມືອງ, ມີຄຸນສົມບັດ ແລະ ສາມາດປັບຕົວໃຫ້ແທດເໝາະກັບສະໄໝການປະຕິວັດອຸດສາຫະກຳ 4.0”

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ອວຍພອນຄູອາຈານປະຊາຊົນ ແລະ ບັນດາຜູ້ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດການສຶກສາ ຫວຽດນາມ.

        ກໍ່ໃນຕອນເຊົ້າວັນທີ 20 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີເປີດສະຫຼອງ “ເຂດມູນເຊື້ອ ຮ່າໂນ້ຍ - Amsterdam”. ນີ້ແມ່ນກິດຈະກຳວັດທະນະທຳມີຄວາມໝາຍປະຫວັດສາດພັດທະນາຂອງໂຮງຮຽນ ຮ່າໂນ້ຍ - Amsterdam, ປະກອບສ່ວນສຳຄັນຊ່ວຍໂຮງຮຽນ ໃນວຽກງານບຳລຸງສ້າງນັກຮຽນເກັ່ງຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ