ການເຄື່ອນໄຫວຕ່າງໆຕ້ອນຮັບບຸນເຕັດຂອງປະຊາຊົນໃນທົ່ວປະເທດຫວຽດນາມ

ການເຄື່ອນໄຫວຕ່າງໆຕ້ອນຮັບບຸນເຕັດຂອງປະຊາຊົນໃນທົ່ວປະເທດຫວຽດນາມ - ảnh 1
ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ
ພາບ:baochinhphu.vn
 (vovworld)- ​​​​​ ​ວັນ​ທີ 9/2 ແມ່ນ​ກົງ​ກັບ​ວັນ​ທີ 2/1 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ໄດ້​ເຂົ້າ​ຢ້ຽມ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ແລະ ສະ​ຫນາມ​ຫລວງ​ບາ​ດີງ​ປະ​ຫວັດ​ສາດ. ນີ້​ແມ່ນ​ໂອ​ກາດ​ປະ​ຊາ​ຊົນ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ຊາດ​ຫວຽດ​ນາມ.

ສ່ວນ​ຢູ່ນະ​ຄອນ​ເຫ້ວ, ປະ​ຊາ​ຊົນ​ໄດ້​ພາ​ກັນ​ໄປ​ວັດ​ ພາ​ວະ​ນາ​ຂໍ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ມີ​ໂຊກ​ມີ​ໄຊ​ໃຫ້​ຄອບ​ຄົວ​ແລະ​ຕົນ​ເອງ. ພະ​ອາ​ຈານ ທິກ​ເຫ້ວ​ເຟືອກ, ​ເຈົ້າອະ​ທິ​ການ​ວັດ ຕື​ເລີມ ຕາ​ແສງ ຖູຍ​ຊວນ ນະ​ຄອນ ເຫ້ວ ໃຫ້​ຮູ້​ວ່າ: ຮີດ​ຄອງ​ປະ​ເພ​ນີ​ເຂົ້າ​ວັດ​ໃນ​ຕົ້ນ​ປີ​ໃຫມ່ ແມ່ນ​ຄວາມ​ງາມ​ດ້ານ​ຈິດ​ວິນ​ຍານ​ໃນ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ.

ຢູ່​ແຂວງ ດົງ​ທາບ, ງານ​ບຸນ​ລະ​ດູ​ບານ​ໃຫມ່ 2016 ແມ່ນ​ຕິດ​ພັນ​ການ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ດົງ​ທາບ, ສະ​ນັ້ນ ປະ​ຊາ​ຊົນ​ໃນ​ທົ່ວ​ແຂວງ ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບິກ​ບານ​ມ່ວນ​ຊື່ນ ແລະ ມີ​ຄວາມ​ປະ​ເອີບ​ໃຈ, ຄວາມ​ຫວັງ​ຕໍ່​ການ​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ