ການເຄື່ອນໄຫວຕ່າງໆຕອບສະໜອງເດືອນກຳມະກອນ2014ຢູ່ແຂວງກວາງງ້າຍ

ການເຄື່ອນໄຫວຕ່າງໆຕອບສະໜອງເດືອນກຳມະກອນ2014ຢູ່ແຂວງກວາງງ້າຍ - ảnh 1
ການສັກຢາກັນພະຍາດ, ກວດພະຍາດໂດຍບໍ່ເສຍຄ່າ

(vovworld) - ​ໂດຍຕອບສະໜອງ​ເດືອນ​ກຳ​ມະກອນປີ 2014, ບັນດາ​ອົງການ, ໜ່ວຍງານ, ວິ​ສາຫພກິດ​ໃນ​ແຂວງ ກວາງ​ງ້າ​ຍ ​ໄດ້​ຈັດ​ຕັ້ງການ ເຄື່ອນ​ໄຫວທີ່​ແທດ​ຈິງ​ຕ່າງໆ. ບັນດາ​ອົງການ​ກຳມະ​ບານ​ຂັ້ນພື້ນຖານ​ຈັດຕັ້ງການກວດ - ປິ່ນປົວ​ພະຍາດ, ສະໜອງຢ່​ໂດຍ​ບໍ່​ເສຍ​ຄ່າ, ໜູນຊ່ວຍ​ການກໍ່ສ້າງ ”​ເຮືອນ​ແຫ່ງ​ຄວາມ​ອົບ​ອຸ່ນ​ຂອງ​ກຳມະບານ” ​ໃຫ້​ແກ່​ກຳມະກອນ​ຜູ້​ທຸກ​ຍາກ…ທ່ານ ​ເລ​ເຕີ໋ນຕື໋, ຮອງ​ປະທານ​ສະຫະພັນ​ແຮງ​ງານແຂວງ ກວາງ​

ງ້າ​ຍ ​ໃຫ້​ຮູ້​ວ່າ:

   “ອົງການ​ກຳ​ມະ​ບານ​ພວກ​ຂ້າພະ​ເຈົ້າພ້ອ​ມກັບ​ພະ​ແນ​ກອຸດສາຫະກຳ - ການຄ້າ​ເຊັນ​ສັນຍາ​ນຳ​ເອົາ​ສິນຄ້າ ຫວຽດນາມ ​ເຖິງ​ບັນດາ​ເຂດ​ອຸດສາຫະກຳ, ​ເຖິງບັນດາວິ​ສາ​ຫະກິດຂາຍ​ໃຫ້​ປະຊາຊົນ​ຜູ້​ອອກ​ແຮ​ງງານ. ຄຽງຂ້າງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ສົມທົບ​ກັບ​ພະ​ແນ​ກສາທາລະນະ​ສຸກ​ສ້າງຕັ້ງຄະນະ​ທ່ານໝໍ​ເພື່ອ​ກວດກາ, ​ໃຫ້​ຄຳ​ປຶກສາ​ສຸຂະພາບ, ສະໜອງຢຸກຢາ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​ໃຫ້​ແກ່​ກຳມະກອນ; ສົມທົບ​ກັບ​ຄະນະ​ຊາວໜຸ່ມຈັດຕັ້ງການ​ໃຫ້​ຄຳ​ປຶກສາ, ກວດ​ສຸຂະພາບ​ໃຫ້​ຊາວໜຸ່ມ, ​ເພື່ອ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ນີ້ຢູ່​ວິ​ສາ​ຫະກິດ​ດຳ​ເນີນ​ໄປ​ຢ່າງ​ຟົດຟື້ນ”.

 

 

 


ຂ່າວ/ບົດ​ອື່ນ