ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ - ảnh 1
ລາຍ​ການ​ສິລະ​ປະ​ “ດ້ຽນບຽນ​ຝູ - ຮ່າ​ໂນ້ຍ 60 ປີ​​ໄລຍະ​ທາງ​ໜຶ່ງ​ດຽວ”
(ພາບ: vietnamplus.vn)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 19 - 20/04, ຢູ່​ນະຄອນ ດ້ຽນບຽນຝູ, ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ດ້ຽນບຽນ ຈັດ​ຕັ້ງ “ຊຸມ​ວັນ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ​ຮ່າ​ໂນ້ຍ ຢູ່​ດ້ຽນບຽນ”. ​ໃນ​ຂອບ​ເຂດ​ງານ​ບຸນ ​ໄດ້​ດຳ​ເນີນ​ການ​ເດີນ​ສວນສະໜາມ ຕາມ​ຖະໜົນ​ໃສ່​ຊື່ ຫວໍ​ງວຽນ​ຢາ​ບ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກສະ​ແດງ​ຂຶ້ນ​ກັບ​ຄະນະ​ ສິລະ​ປະ​ສູນ​ກາງ, ນັກ​ສຶກສາ​ໃນ​ບໍລິ​ເວນ​ແຂວງ​ກວ່າ 300 ຄົນ. ທີ່​ງານ​ບຸນຍັງຈັດ​ງານ​ວາງສະ​ແດງ​ຮູບ​ຖ່າຍ 120 ​ແຜ່ນ, ຍ້ອງຍໍ​ໄຊຊະນະ​ດ້ຽນບຽນ​ຝູ, ຍ້ອງຍໍ​ຄວາມ​ງາມ​ຂອງ​ທຳ​ມະ​ຊາດ, ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ມະນຸດ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ນະຄອນ​ຮ່າ​ໂນ້ຍ ​ແລະ ​ແຂວງ​ດ້ຽນບຽນ. ​ໃນພິທີອັດ​​ເຊິ່ງຈັດ​ຂຶ້ນ​ຄໍ່າ​ຄືນ​ວັນ​ທີ 20/04, ​ມີ​ລາຍ​ການ​ສິລະ​ປະ​ທີ່​ເປັນ​ມູນ​ເຊື້ອ “ດ້ຽນບຽນ​ຝູ - ຮ່າ​ໂນ້ຍ 60 ປີ​​ໄລຍະ​ທາງ​ໜຶ່ງ​ດຽວ” ດ້ວຍ​ຫົວ​ຂໍ້​ “ດອກສ້ຽວ​ເງິນ​ສີຂາວ”, ຍ້ອງຍໍ​ພັກ, ປະທານ​ໂຮ່ຈິ​ມິນ, ພົນ​ເອກ ຫວໍງວຽນ​ຢາ​ບ ກໍ່​​ຄືຂອບ​ຂະໜາດ​ຂອງໄຊຊະນະ​ດ້ຽນບຽນ​ຝູ ທີ່​ໃຫຍ່​ຫຼວງ.

        ​​ໃນ​ລະຫວ່າງ​ວັນ​ທີ 18 – 25/04, ກອງ​ສາຍ​ພິມ​ຮູບ​ເງົາ​ເຄື່ອນ​ທີ່​ຮ່າ​ໂນ້ຍ ກໍ່​ໄດ້​ສາຍຮູບ​ເງົາຮັບ​​ໃຊ້​ພະນັກງານ, ນັກຮົບ​ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ດ້ຽນບຽນ ຢູ່​ສະໜາມ​ອານຸສາ​ວະລີ​ໄຊຊະນະ​ດ້ຽນບຽນ​ຟູ, ຕາ​ແສງ ນົງ​ບົວ, ​ໃຈກາງ​ຕາ​ແສງ ​ເມື່ອ​ງຟັງ.

        ​ໃນ​ຂະນະ​ນັ້ນ, ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະບົດ​ເພງ​ດ້ຽນບຽນ ດັ່ງ​ກ້ອງ​ກັງວານ​ໄປ​ທົ່ວ ​ດຳ​ເນີນ​ໄປ​ໃນ​ວັນ​ທີ 26/04 ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ມິ້ດິ່ງ, ​ເພື່ອຍ້ອງຍໍ​ບັນດາ​ຜູ້​ທີ່​ໄດ້​ຮັບໄຊ​ນະ​ນະ.

ຂ່າວ/ບົດ​ອື່ນ