ການເຄື່ີອນໄຫວຕ່າງໆສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ຫຼາຍປະເທດ

ການເຄື່ີອນໄຫວຕ່າງໆສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ຫຼາຍປະເທດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ

 (vovworld) –  ຕອນ​ຄຳ່ວັນ​ທີ 22/12, ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ. ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ຢືນຢັນ​ວ່າ: ກອງທັບ​ປະຊາຊົນ​ຫວຽດນາມ ພວມ​ໄດ້​ຮັບ​ການ​ກໍ່ສ້າງ​ເປັນ​ກອງທັບ​ຫຼວງ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ​ເພື່ອ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ; ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​​ເຊື່ອມ​ໂຍງ​ເຂົ້າກັບສາກົນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ກອງທັບ​ບັນດາ​ປະ​ເທດ; ພິ​ເສດ​ແມ່ນ​ກັບ​ກອງທັບ​ປະຊາຊົນ​ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ສະ​ແດງຄວາມ​ຮູ້​ບຸນຄຸນ​ຕໍ່​ພັກ, ລັດ, ປະຊາຊົນ ​ແລະ ກອງທັບ​ປະຊາຊົນລາວ​ຢ່າງ​ເລິກ​ເຊິ່ງ ຊິ່ງ​ຍາມ​ໃດ​ກໍ່​ສາມັກ​ຄີ, ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ຫວຽດນາມ ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຮັກສາ​ສັນຕິພາບ, ການ​ພັດທະນາ​ປະ​ເທດ​ຂອງ 2 ຊາດ ຫວຽດນາມ-​ລາວ ອ້າຍ​ນ້ອງ.

          ​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ ຢູ່​ ພະນົມ​ເປັນ, ສະຖານທູດ​ຫວຽດນາມ, ທູດ​ທະຫານຫວຽດນາມ ປະຈຳ​ກຳປູ​ເຈ​ຍ ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ກຳປູ​ເຈຍ ​​ແທັ້ກ​ຢື ​ໄດ້ທົບ​ທວນຄືນ​ວິວັດ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ​ ໃນ 70 ປີຜ່ານມາ; ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ເຊິ່ງປະຊາຊົນ ​ແລະ ກອງທັບ​ກຳປູ​ເຈຍ ​ໄດ້​ສະຫງວນ​ໃຫ້​ແກ່​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ນັບ​ແຕ່​ວັນ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ.

         ​ ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 22/12, ສະຖານ​ທູດ ​ແລະ ທູດ​ທະຫານຫວຽດນາມ ປະຈຳຢູ​ແກຼນ ​ໄດ້​ຈັດ​ຕັ້ງ​ພິທີ ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22/12/1944-22/12/2014) ​ແລະ 25 ປີ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ (22/12/1989-22/12/2014) ຢ່າງ​ສົມ​ກຽດ.

         ກ່ອນ​ໜ້າ​ນັ້ນ, ວັນ​ທີ 21/12, ປະຊາ​ຄົມ​ຊາວ​ຫວຽດນາມ​ ອາ​ໄສ​ໃນ​ຫຼາຍ​ທ້ອງ​ຖິ່ນຢູ່​ເຢຍລະ​ມັນ ກໍ່​ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ 25 ປີ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ.

 


ຂ່າວ/ບົດ​ອື່ນ