ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມແລະວັນບຸນທົ່ວປວງຊົນປ້ອງກັນຊາດ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມແລະວັນບຸນທົ່ວປວງຊົນປ້ອງກັນຊາດ - ảnh 1
(ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຟ້າ​ມກວາງ​ງີ້)

(vovworld) – ຕອນ​ເຊົ້າວັນ​ທີ 16/12, ຢູ່ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​​ການ​ພົບ​ປະ​ກັບ​ບັນ​ດາ​ນາຍທະ​ຫານ, ​ພະ​ນັກ​ງານ​ຂັ້ນ​ສູງ​ກອງ​ທັບ ທີ່​ໄດ້​ພັກ​ກິນ​ເບຍ​ບຳນານ​ໃນ​ບໍລິ​ເວນ​ນະຄອນ​ຮ່າ​ໂນ້ຍ. ກ່າວ​ຕຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຟ້າ​ມກວາງ​ງີ້ ຢືນຢັນ​ວ່າ, ​ໃນ 70 ປີຜ່ານມາ, ພະນັກງານ, ນັກຮົບ​ກອງທັບ​ປະຊາຊົນ​ຫວຽດນາມ ລຸ່ນຕ່າງໆ ​ໄດ້​ສືບ​ທອດ​ມູນ​ເຊື້ອ​ຕີ​ເອົາ​ສັດຕູ​​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​​ປູ​ຍາ​ຕາ​ຍາຍ, ຕັດສິນ​ໃຈ​ຜ່ານ​ຜ່າ​​ທຸກຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ; ​ມີ​ໄຫວ​ພິບ, ອົງ​ກາດ​ກາ​ແກ່ນ​ໃນ​ການ​ຕໍ່ສູ້, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ກໍ່​ສູ້​ປົກ​ປ່ອຍ​ຊາດ, ​ທ້ອນໂຮມ​ປະ​ເທດ​ເປັນ​ເອກະ​ພາບ, ກໍ່​ຄື​ໃນ​ພາລະກິດປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ ຟ້າ​ມກວາງ​ງີ້ ກ່າວ​ວ່າ.

   “ພ້ອມ​ກັບ​ທົ່ວ​ປະ​ເທດ, ຍາມ​ໃດ​ຮ່າ​ໂນ້ຍ ກໍ່​ມີ​ຄວາມ​ເອກອ້າງ​ຖະ​ນົງ​ໃຈ​ກ່ຽວ​ກັບ​ກອງທັບ​ປະຊາຊົນ​ຫວຽດນາມ ວິລະ​ຊົນ, ພ້ອມ​ທັງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ ​ໃນ​ຕະຫຼອດ​ໄລຍະ​ທາງ​ແຫ່ງ​ການ​ປົດ​ປ່ອຍ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ນະຄອນຫຼວງ​ຮ່າ​ໂນ້ຍ. ບັນດາ​ໄຊຊະນະ​ທີ່​ສະຫງ່າລາສີ ​ແລະ ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ນະຄອນຫຼວງ ລ້ວນ​ແຕ່​ແມ່ນ​ໝາກຜົນ​​ແຫ່ງ​ການ​ຜູກ​ພັນ​ຂອງ​ກອງທັບ ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ລະຫວ່າງ​ອົງຄະ​ນະ​ພັກ, ປະຊາຊົນ​ນະຄອນຫຼວງ ກັບ​ກອງທັບ​ປະຊາຊົນ​ຫວຽດນາມ ວິລະ​ຊົນ”.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ​ໄຕ​ນິງ ສະມາຄົມ​ວັນ​ນະ​ຄະດີ​ສິລະ​ປະ​ແຂວງ​ໄຕ​ນິງ ​ໄດ້​ສົມທົບ​ກັບ​ກອງ​ບັນຊາ​ການ​ກອງທັບ​ແຂວງ ​ໄຂ​ງານ​ວາງສະ​ແດງ​ພາບແຕ້ມ, ຮູບ​ຖ່າຍ​ສິລະ​ປະ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​​ກອງທັບ​ປະຊາຊົນ​ຫວຽດນາມ.

        ຢູ່​ແຂວງ​ກວາງ​ບິ່ງ, ກອງ​ບັນຊາ​ການ​​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ກວາງ​ບິ່ງ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ​ໂອ້​ລົມ​ສົນທະນາ, ຫວນ​ຄືນ​ມູນ​ເຊື້ອ​ກອງທັບ​ປະຊາຊົນ​ຫວຽດນາມ. ພ້ອມ​ທັງ​ໄດ້​ມອບ​ຂອງ​ຂັວນ 100 ພູດ ​ໃຫ້​​ເດັກ​ທຸກ​ຍາກ, ຄອບຄົວ​​ເປົ້າ​ໝາຍນະ​ໂຍບາຍ, ​ແມ່​ຫວຽດນາມ ວິລະ​ຊົນ​ໃນ​ບໍລິ​ເວນ​ແຂວງ. ນອກຈາກ​ນັ້ງ ຍັງ​ມອບ​ເຮືອນ​​ແຫ່ງ​ສາຍ​ຈິດ​ມິດ​ໃຈ 8 ຫຼັງ​ອີກ​ດ້ວຍ.


ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມແລະວັນບຸນທົ່ວປວງຊົນປ້ອງກັນຊາດ - ảnh 2
ການ​ເຄື່ອນ​ໄຫວ​ຕ່າງໆ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​
ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ວັນ​ບຸນ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ
(ພາບ: Báo Cao Bằng)

     ກ່ອນໜ້ານັ້ນ, ຕອນ​ຄໍ່າ​ວັນ​ທີ 15/12, ຢູ່​ແຂວງ​ກາວ​ບັ່ງ, ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22/12/1944 – 22/12/2014), 25 ປີ​ແຫ່ງ​ວັນ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ (22/12/1989 – 22/12/2014), ປະກາດ​ເຂດ​ປູຊະນີຍະສະຖານ​ແຫ່ງ​ຊາດ​ພິ​ເສດ​ປ່າ ​ເຈີ​ນຮື​ງດ້າວ. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ​ໂດຍ​ປະຕິບັດ​ຄຳ​ສັ່ງ​ຂອງ​ປະທານ​​ໂຮ່ຈິ​ມິນ, ວັນ​ທີ 22/12/1944, ຢູ່​ເຂດ​ປ່າ ​​ເຈີ​ນຮື​ງດ້າວ, ຕາ​ແສງ ຕາມ​ກິມ, ​ເມືອງ ງວຽນບິ່ງ, ​ແຂວງ​ກາວ​ບັ່ງ, ກອງຫວຽດນາມ ​ໂຄສະນາທະຫານປົດ​ປ່ອຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ຈາກ​ກອງທັບທີ່​ປະກອບດ້ວຍນັກຮົບ 34 ​ຄົນ​ເທ​ົ່ານັ້ນ ​ແຕ່​ຜ່ານ​ໄລຍະ 70 ປີຜ່ານມາ, ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ພັດທະນາ​ເທື່ອ​ລະ​ກ້າວ ​ເຕີມ​​​ໃຫຍ່​ພ້ອມ​ກັບປະ​ເທດ​ຊາດ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີນ​ງອກ​ເຊີນ ຊີ້​ແຈ້ງວ່າ.

        “ກອງທັບ​ທີ່​ໄດ້​ຮັບ​ການ​ກຳ​ເນີ​ດຈາກ​​ປະຊາຊົນ, ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຈາກ​ປະຊາຊົນ, ​​ສູ້​ຮົບ​ເພື່ອ​ປະຊາຊົນ, ຮັບ​ໃຊ້ປະຊາຊົນ, ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່ສູ້​ເພື່ອ​ເອກະລາດ​ຊົນ​ຊາ​ດ ​ແລະ ລັດທິ​ສັງຄົມ. ຜ່ານ​ໄລຍະ 70 ປີ​ແຫ່ງ​ການ​ຕໍ່ສູ້, ສ້າງສາ ​ແລະ ​​ເຕັບ​ໃຫຍ່ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ລຳບາກ​ກາກ​ກຳ, ກອງທັບ​ປະຊາຊົນ​ຫວຽ​ດນາມ ​ໄດ້​ພ້ອມ​ກັບ​ທົ່ວ​ປວງ​ຊົນ​ສ້າງ​ບັນດາ​ໜ້າປະຫວັດສາດ​ອັນ​ສະຫງ່າ​ລາສີ, ຍາດ​ໄດ້​ໄຊຊະນະ​ຫຼາຍ​ຢ່າງ”.

        ​ແລະ​ກໍ່​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດງານ​ພົບ​ປະ​ແລກປ່ຽນ​ສິລະ​ປະສະ​ແດງ​ໃຫ້​ເຫັນ ​ຮູບ​ພາບ​ຂອງ​ນັກຮົບ​ປະຕິວັດ​ ດ້ວຍ​ບັນດາ​ຄຸນ​ນະ​ທາດ​ອັນ​ສູງ​ສົ່ງ, ຈິດ​ໃຈອົງອາດ​ກາ​ແກ່ນ, ​ເຈດ​ຈຳນົງ, ມານະ​ຈິດ​ເລີດ​ລ້ຳ, ພ້ອມ​ແລ້ວ​ທີ່​ຈະ​ເສຍສະຫຼະ​ຊີ​ວິດ​ເພື່ອ​ຊາດ.

        ​ມຸ່ງ​ໄປ​ເຖິງ​ພິທີສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ, ​ແຕ່​ວັນ​ທີ 14 – 16/12, ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ສາ​ທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ມ​ອບ​​ວັດຖຸ​ອຸປະກອນ​ການ​​ແພດ​ທີ່​ມີ​ມູນ​ຄ່າ​ກວ່າ 200 ລ້ານ​ດົງ ​ໃຫ້​ຫ້ອງ​ກວດ​ພະຍາດປະສົມ​ລະຫວ່າງ​ທະຫານ​ - ປະຊາຊົນປ້ອມ​ປ້ອງ​ກັນຊາ​ຍ​ແດນ​ຊອກຢາງ, ກອງ​ບັນຊາ​ການ​ທະຫານ​​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ກາວ​ບັ່ງ.

ຂ່າວ/ບົດ​ອື່ນ