ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນຜູ້ອາຍຸສູງສາກົນ1/10

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນຜູ້ອາຍຸສູງສາກົນ1/10 - ảnh 1
ພາບ​ປະ​ກອບ

(vovworld) – ເນື່ອງ​ໃນ​ໂອ​ກາດ​ວັນ​ຜູ້​ອາ​ຍຸ​ສູງ​ສາ​ກົນ 1/10, ຄະ​ນະ​ການ​ນຳ​ແຂວງ ບາກ​ລຽວ ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ ແລະ ມອບ​ຂອງ​ຂວັນ​ໃຫ້​ຜູ້​ອາ​ຍຸ​ສູງ​ຢູ່​ທ້ອງ​ຖີ່ນ. ຄະ​ນະ​ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ແຂວງ ບາກ​ລຽວ ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ອວຍ​ພອນ​ວັນ​ຜູ້​ອາ​ຍຸ​ສູງ​ສາ​ກົນ. ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ແຂວງ ບາກ​ລຽວ ໄດ້​ຈັດ​ຕັ້ງ​“ການ​ເຄື່ອນ​ໄຫວ​ ​ເພື່ອ​ສຸ​ຂະ​ພາບ​ຂອງ​ຜູ້​ອາ​ຍຸ​ສູງ​ປີ 2014. ທີ່​ແຂວງ ບິ່ງ​ເຢືອງ ໄດ້​ດຳ​ເນີນ​ງານ​​ມະ​ໂຫລານ​ສຽງ​ເພງ​ຂອງ​ຜູ້ອ​າ​ຍຸ​ສູງ ໂທ​ລະ​ພາບ ບິ່ງ​ເຢືອງ ຄັ້ງ​ທີ 12 ປີ 2014, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 14 ກອງ​ສິ​ລະ​ປະ​​ເຊິ່ງ​ໃນ​ນັ້ນ​ສະ​ມາ​ຊິກ​ແມ່ນ​ຜູ້​ອາ​ຍຸ​ສູງ​ທີ່​ມາ​ຈາກ​ແຂ​ວງ ບິ່ງ​ເຢືອງ, ບິ່ງ​ເຟືອກ, ນິ​ງ​ທ້ວນ, ດົ່ງ​ນາຍ, ບ່າ​ເຣ້ຍ - ຫວູງ​ເຕົາ ແລະ ນະ​ຄອນ ໂຮ່​ຈີ​ມິນ. ບັນ​ດາ​ບົດ​ເພງ​ທີ່​ງານ​​ມະ​ໂຫລານ ມີ​ເນື້ອ​ໃນ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ, ​ອັນໄດ້​ປຸກ​ລຸກ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ, ຕໍ່​ບ້ານ​ເກີດ​ເມືອງ​ນອນ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈຕໍ່​ປະ​ເທດ​ຊາດ.

ຕອນ​ເຊົ້າ​ວັນ​ທີ 1/10, ຢູ່​ຮ່າ​ໂນ້ຍ, ​ສູນ​ກາງສະຫະພັນ​ຊາວ​ໜຸ່ມ ຫວຽດນາມ, ສູນ​ກາງ​ສະມາຄົມ​ທ່ານໝໍ​ໜຸ່ມ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມສະຫລຸບ “ການ​ເຄື່ອນ​ໄຫວ​​ເພື່ອ​ສຸຂະ​ພາບ​ຂອງ​ຜູ້​ອາຍຸ​ສູງ”. ​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ພ້ອມ​ກັບ​ຜູ້​ອາຍຸ​ສູງ​ກ່ວາ 200 ຄົນ ​ແລະ ສະມາຊິກ​ຊາວ​ໜຸ່ມ​ໃນ​ບໍລິ​ເວນ​ນະຄອນ ຮ່າ​ໂນ້ຍ 500 ຄົນ. ພາຍຫຼັງ​ຜັນ​ຂະຫຍາຍ​ມາເປັນ​ເວລາ 6 ​ເດືອນ​ຢູ່ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ຂະ​ບວນການ​​ເຄື່ອນ​ໄຫວເພື່ອ​ສຸຂະ​ພາບຂອງ​ຜູ້​ອາຍຸ​ສູງ​ໄດ​້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານໝໍໜຸ່ມ 3.000 ຄົນ, ສະມາຊິກ​ຊາວ​ໜຸ່ມ ອາສາ​ສະໝັກ 5.000 ຄົນ​​ຈັດ​ຕັ້ງການ​ກວດ, ປິນປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ຜູ້​ອາຍຸ​ສູງ 32.500 ຄົນ, ຜ້າ​ຕັດ​ຕາ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ອາຍຸ​ສູງ 500 ຄົນ. ຮ້ອຍ​ໂທ ​ເລ​ຊວນ​ຖັ໋ງ, ທ່ານໝໍ​ໂຮງໝໍ 103, ​ແບ່ງປັນ​ວ່າ:

        “ຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼີກ​ວຽກ​ງານ​ຍັງ​ບໍ່​ທັນ​ໄດ້​ດີ, ຜູ້​ອາຍຸ​ສູງ​ສ່ວນ​ຫຼາຍ​ມີ​ຄວາມ​ຕ້ອງການ​ສົ່ງ​ເສີມ​ສຸຂະພາບ​ຫຼາຍ​ແຕ່​ເຂົາ​ເຈົ້າ​ພັດບໍ່​ໄດ້​ຮັບ​ການ​ສົ່ງ​ເສີມ​ສຸຂະພາບ​ເທື່ອ. ຍ້ອນ​ວ່າ, ທາງ​ໄປ​ໂຮງໝໍ​ຫຍຸ້ງຍາກ​ຫຼາຍ, ດັ່ງ​ນັ້ນ, ​ເມື່ອ​ພວກ​ຂ້າພະ​ເຈົ້າ​ໄປ​ກວດ, ປິ່ນປົວ​ພະຍາດ​ເຂົາ​ເຈົ້າ​ດີ​ໃຈ​ຫຼາຍ.”

        ​ໃນ​ຂະນະ​ນັ້ນ, ​ສູນ​ຄົ້ນ​ຄ້ວາ ອານຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ຂອງ ຫວຽດນາມ, ໜັງສືພິມ​ຜູ້​ອາຍຸ​ສູງ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ນັກ​ສິລະ​ປະ​ອາຍຸ​ສູງ ກັບ​ວັດທະນະທຳ​ຂອງ​ຊາດ” ​ໃນ​ວັນ​ທີ 1/10 ຢູ່​ຮ່າ​ໂນ້ຍ​ເພື່ອ​ຕອບ​ສະໜອງ​ວັນ​ຜູ້​ອາຍຸ​ສູງ​ສາກົນ.

        ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​​ໄດ້ເປັນ​ເອກະພາບ​ກັນ​ວ່າ: ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ນັກ​ສິລະ​ປິ​ນຜູ້​ອາຍຸ​ສູງ, ຄວນ​ສືບ​ຕໍ່​ໃຫ້​ນັກ​ສິລະ​ປິນຜູ້ອາຍຸ​ສູງ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ​ເຮັດ​ວຽກ​ງານ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຄວາມ​ສາມາດ​ຂອງ​ຕົນ.



ຂ່າວ/ບົດ​ອື່ນ