ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປິແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມ

(VOVWORLD) -ວັນທີ 15 ພະຈິກ, ທ່ານ ເຈິ່ນແທງເໝີນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ນະຄອນ ຫວີງອຽນ, ແຂວງ ຫວີງຟຸກ.

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປິແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມ - ảnh 1 ທ່ານ ເຈິ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ນະຄອນ ຫວີງອຽນ, ແຂວງ ຫວີງຟຸກ

(ພາບ: .baoxaydung.com.vn)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈິ່ນແທງເໝີນ ປາດຖະໜາວ່າ, ປະຊາຊົນສືບຕໍ່ສາມັກຄີກັນ, ເປັນເອກະພາບປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ເຂດຕົວເມືອງສີວິໄລ” ຢ່າງມີປະສິດທິຜົນ, ສະໜັບສະໜູນບັນດາບັ້ນຂົນຂວາຍຂອງແນວໂຮມປະເທດຊາດຫວຽດນາມ, ຍົກສູງລະດັບຄວາມຮູ້ຂອງພົນລະເມືອງ ແລະ ສ້າງລະບົບອຳນາດການປົກຄອງໃຫ້ຊິດຕິດແທດກັບປະຊາຊົນ… ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ປາດຖະໜາວ່າ, ແນວໂຮມທຸກຂັ້ນ ຈະສືບຕໍ່ຮັບຟັງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ເສີມຂະຫຍາຍຈິດໃຈຂອງປະຊາຊົນໃນການສ້າງຊີວິດທາງດ້ານວັດທະນະທຳຢູ່ເຂດຊຸມຊົນ.

        ແລະກໍ່ໃນວັນດຽວກັນ, ທ່ານ ເຈືອງຮ່ວາບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ກໍ່ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ ເມືອງ ຮ່ວານກ໊ຽມ, ນະຄອນຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ