ການເຄື່ີອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ການເຄື່ີອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 22/12, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ ຄົບຮອບ 70 ປີ, ບັນດາ​ໜັງສືພິມ​ໃຫຍ່​ຢູ່​ ຫວຽດນາມ ​ໄດ້​ລົງ​ພິມ​ບັນດາຂ່າວ, ບົດ ​ແລະ ຮູບ​ພາບ ກ່ຽວ​ກັບ​ກອງທັບ​ປະຊາຊົນ ຫວຽດນາມ. ບົດ​ບັນນາທິການຂອງ​ໜັງສືພິມ Quân Đội Nhân Dân ​ແປ​ວ່າ: ​ກອງທັບ​ປະຊາຊົນ ຢືນ​ຢັນວ່າ: ກອງທັບ​ປະຊາຊົນ​ຫວຽດນາມ ​ແມ່ນກອງທັບ​ວິລະ​ຊົນ​ຂອງ​ຊາດ​ຫວຽດນາມວິລະ​ຊົນ. ໜັງສືພິມ​ Nhân Dân-ສຽງ​ຂອງ​ພັກ​ກອມ​ມູນິດ      ຫວຽດນາມ ​ກໍ່​ລົງ​ພິມບົດ​ບັນນາທິການ ຢືນຢັນ​ວ່າ: ກອງທັບ​ປະຊາຊົນ​ຫວຽດນາມ ຈະ​ສ້າງ​ຜົນງານ​ຕໍ່​ໃນ​ໄລຍະ​ໃໝ່.

         ​ ເນື່ອງ​ໃນ​ໂອກາດ​ນີ້, ຕອນ​ເຊົ້າ​ວັນ​ທີ 22/12 ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ອອກ​ອາກາດ​ລາຍການ​ກະຈາຍສຽງ​ພິ​ເສດ​ ດ້ວຍ​ຫົວ​​ເລື່ອງ​ວ່າ: “ກອງທັບ​ວິລະ​ຊົນ​ຂອງ​ຊາດ​ຫວຽດນາມ​ວິລະ​ຊົນ”.

          ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ, ທ່ານພົນ​ເອກ ຟຸ່ງກວາງ​ແທງ, ກຳມະການກົມ​ການ​ເມືອງ, ຮອງ​ເລຂາຄະນະ​ພັກການ​ທະຫານສູນ​ກາງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ບັນດາ​ທ່ານ​ອະ​ດີດການ​ນຳພັກ, ລັດ ​ແລະ ກອງທັບ.

           ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ນະຄອນ​​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະກັບ​ບັນດາ​ນາຍ​ພົນ, ພະນັກງານ​ຂັ້ນ​ສູງ​ກອງທັບທີ່​ໄດ້​ພັກ​ກິນ​ເບ້ຍ​ບຳນານໃນ​ບໍລິ​ເວນ​ນະຄອນ, ​ເຊີດ​ຊູ​ບັນດານັກ​ວິລະ​ຊົນທີ່​ໄດ້​​ອຸທິດ​ຕະຫຼອດ​ຊີວິດ​ໃຫ້​ແກ່​ພາລະກິດ​ປົດ​ປ່ອຍ​ຊາດ. ນັກວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ຫງວຽນ​ແທ່ງ​​ເງື້ອງ ​ເວົ້າ​ວ່າ:

          “ ການ​ພົບ​ປະ​ຄັ້ງ​ນີ້​ແມ່ນ​ໂອກາດ​ເພື່ອ​​ໃຫ້ພວກ​ຂ້າພະ​ເຈົ້າ​ທົບທວນຄືນມູນ​ເຊື້ອ​ຂອງ​ກອງທັບ, ​ແມ່ນ​ໂອກາດ​ເພື່ອ​​ໃຫ້ພວກ​ຂ້າພະ​ເຈົ້າ​ນັດ​ພົບ​ກັນ​​ໃໝ່. ​ໃນ​ມື້​ນີ້, ພວກ​ຂ້າພະ​ເຈົ້າ​ຍັງ​ຄົງ​ຄິດ​ເຖິງ​ບັນດາ​ເພື່ອນ​ຮ່ວມກົມ​ກອງທີ່ໄດ້​ເສຍສະຫຼະ​ຊິວິດ​ຢູ່ບັນ ດາ​ສະໜາມ​ຮົບ”.

ສ່ວນບັນດາ​ໜັງສືພິມ​ຕ່າງໆ​ຂອງ​ລາ​ວ​ຄື: ປະຊາຊົນ, ສຽງ​ຂອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະ​ເທດ​ລາວ ​ແລະ ລາວ​ພັດທະນາ​ໃນ​ຊຸມ​ວັນ​ຜ່ານ​ມາ ​ໄດ້​ລົງ​ພິມ​ບົດ, ຮູບຫຼວງ​ຫຼາຍ ​ເພື່ອ​ຍ້ອງຍໍ​ສັນລະ​ເສີນ​ກອງທັບ​ປະຊາຊົນ​ຫວຽດນາມ. ບັນດາ​ບົດ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຜົນງານ​ ​ເຊິ່ງກອງທັບ ປະຊາຊົນ​ຫວຽດນາມ ຍາດ​ມາໄດ້​ໃນ​ຕະຫຼອດ 70 ປີ​ແຫ່ງ​ວັນ​ກໍ່ສ້າງ, ​ເຕີບ​​ໃຫຍ່, ​ໃນ​ນັ້ນ​ມີ​ການ​ປະຕິບັດ​ໜ້າ​ທີ່​ສາກົນ​ຢູ່​ລາວ. ບັນດາ​ບົດ​ໜັງສືພິມລ້ວນ​ແຕ່ຢືນຢັນ​ວ່າ: ລາວ ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ ຫວຽດນາມ​ ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ-​ຫວຽດນາມ ​ເພື່ອ​​ຄວາມວັດ​ທະນາຖາວອນຂອງ 2 ປະ​ເທດ, ​ເພື່ອ​ພາລະກິດ​ສັນຕິພາບ, ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໂລກ.

      
ການເຄື່ີອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 2
ພາບ​ປະ​ກອບ

ຕອນ​ເຊົ້າ​ວັນ​ທີ 22/12 ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ລາວ ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ພົນໂທ ແສງນວນ ໄຊ​ຍາ​ລາດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ຕີ​ລາ​ຄາ​ສູງ​ເລື່ອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ອັນ​ສູງ​ສົງ​ສຳ​ລັບ​ການ​ປະ​ຕິ​ວັດ ລາວ ແລະ ປະ​ຕິ​ວັດ ກຳ​ປູ​ເຈຍ ຢ່າງ​ດີ​ເດັ່ນ.  ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ຢືນ​ຢັນ​ວ່າ: ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ເພື່ອ​ໃຫ້​ກອງ​ທັບ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ​ນັບ​ມື້​ນັບ​ທັນ​ສະ​ໄໝ, ​ເປັນກອງ​ທັບຫຼ​ວງ ແລະ ຍອດ​ຢ້ຽມຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ປະ​ຕິ​ວັດ​ໃນ​ສະ​ພາ​ບ​ການ​ໃໝ່.

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 22/12, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຈັດ​ຕັ້ງ​ພິ​ທີ​ຖະ​ຫວາຍດອກ​ໄມ້, ຕອບ​ບຸນ​ແທນ​ຄູນ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢ​ູ່​ອະ​ນຸ​ສາ​ວະ​ລີ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ. ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້​າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ 25 ປີ​ແຫ່ງວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຊາດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນ​ຕອນ​ບ່າຍ​ວັນ​ທີ 22/12, ຢູ່ ພະ​ນົມ​ເປັນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ປູ​ເຈຍ Tia Banh.

 


ຂ່າວ/ບົດ​ອື່ນ