ການເຄື່ອນໄຫວຕ່າງໆເພື່ອຕອບສະໜອງວັນນ້ຳສາກົນ ແລະ ວັນອຸຕຸນິຍົມໂລກໃນປີ 2019.

(VOVWORLD) -ເຫດການວັນນ້ຳສາກົນ ປີນີ້ມີຫົວຂໍ້ວ່າ “ນ້ຳສຳລັບທຸກໆຄົນ - ບໍ່ປະໃຫ້ໃຜຢູ່ທາງຫຼັງ” ໄດ້ຈັດຂຶ້ນເພື່ອແນໃສ່ຍົກສູງສະຕິ, ຄວາມຮັບຜິດຊອບຂອງປະຊາຄົມ
ການເຄື່ອນໄຫວຕ່າງໆເພື່ອຕອບສະໜອງວັນນ້ຳສາກົນ ແລະ ວັນອຸຕຸນິຍົມໂລກໃນປີ 2019. - ảnh 1ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເລກົງແທ່ງ (ພາບ: baotainguyenmoitruong.vn

ວັນທີ  5 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເລກົງແທ່ງ ໄດ້ເປັນປະທານກອງປະຊຸມກັບບັນດາອົງການຮັບຜິດຊອບຂອງກະຊວງເພື່ອອະນຸມັດຜ່ານແຜນການຈັດຕັ້ງວັນນ້ຳສາກົນ (ວັນທີ 22 ມີນາ) ແລະ ວັນອຸຕຸນິຍົມ ໂລກ (ວັນທີ 23 ມີນາ) ໃນປີ 2019.

        ເຫດການວັນນ້ຳສາກົນ ປີນີ້ມີຫົວຂໍ້ວ່າ “ນ້ຳສຳລັບທຸກໆຄົນ - ບໍ່ປະໃຫ້ໃຜຢູ່ທາງຫຼັງ” ໄດ້ຈັດຂຶ້ນເພື່ອແນໃສ່ຍົກສູງສະຕິ, ຄວາມຮັບຜິດຊອບຂອງປະຊາຄົມສຳລັບວຽກງານປ້ອງກັນ, ຂຸດຄົ້ນ, ພັດທະນາຊັບພະຍາກອນນ້ຳແບບຍືນຍົງ, ຮັບມືກັບໄພພິບັດທຳມະຊາດ  ແລະ ການການປ່ຽນແປງຂອງດິນຟ້າອາກາດ. ບັນດາການເຄື່ອນໄຫວເພື່ອຕອບສະໜອງວັນນ້ຳສາກົນ ປີ 2019 ໄດ້ຮັບການຈັດຕັ້ງຈາກການປະສານສົມທົບ ລະຫວ່າງ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ສູນສື່ມວນຊົນຊັບພະຍາກອນ ແລະ ສິ່ງແວດລ້ອມ, ບັນດາອົງການທີ່ກ່ຽວຂ້ອງຄື:ກົມຄຸ້ມຄອງຊັບພະຍາກອນນ້ຳ, ສູນຜັງເມືອງ ແລະ ສຳຫຼວດຊັບພະຍາກອນນ້ຳແຫ່ງຊາດ, ບັນດາກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ. ເຫດການດັ່ງກ່າວຈະໄດ້ດຳເນີນໃນລະຫວ່າງວັນທີ 22 – 23 ມີນາ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ