ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຢູ່ບາງທ້ອງຖິ່ນໃນແຂວງເທື່ອທຽນເຫວ້

(VOVWORLD) -ມີສິດເລືອກຕັ້ງ ສ່ວນຫຼາຍຕີລາຄາສູງໝາກຜົນຂອງກອງປະຊຸມ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ

ຢູ່ນະຄອນເຫວ້ຂອງ ຫວຽດນາມ, ທ່ານ ຟານງັອກທໍ້ ປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້,  ເປັນຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ແຂວງເທື່ອທຽນເຫວ້ ໄດ້ລາຍງາຍໃຫ້ຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14. ຜູ້ມີສິດເລືອກຕັ້ງ ສ່ວນຫຼາຍຕີລາຄາສູງໝາກຜົນຂອງກອງປະຊຸມ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ; ຮັບປະກັນຊີວິດສັງຄົມ ໄດ້ຮັບຄວາມເອົາໃຈໃສ່ຈາກລັດ, ຊີວິດການເປັນຢູ່ຂອງບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ພະນັກງານພັກກິນເບ້ຍບຳນານ ກໍໄດ້ຮັບປະກັນ.

        ທີ່ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ຖຸຍເຈົາ (ເທດສະບານເມືອງເຮືອງຖຸຍ), ຄະນະສະມາຊິກສະພາແຫ່ງຊາດແຂວງ ລວມມີ ທ່ານຫງວຽນງັອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ສາດສະດາຈານ, ປະລິນຍາເອກ, ທ່ານໝໍ ຟ້າມຍືຫຽບ, ຜູ້ອຳນວຍການໂຮງໝໍສູນກາງເຫວ້ ໄດ້ຮັບຮູ້ບາງເນື້ອໃນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ຄື: ອຳນາດການປົກຄອງຕ້ອງມີວິທີແກ້ໄຂບັນຫາເປັນມົນລະພິດສິ່ງແວດລ້ອມຢູ່ເຂດຊົນນະບົດ; ອະນຸລັກຮັກສາມໍລະດົກ ແລະເຂດປູຊະນີຍະສະຖານປະຫວັດສາດປະຕິວັດຢູ່ບັນດາທ້ອງຖິ່ນໄວ້ໃຫ້ທັນການ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນຊົມໃຊ້ບາງນະໂຍບາຍຊຳລະໃນການກວດ ແລະ ປິ່ນປົວພະຍາດຕາມປະກັນໄພສຸຂະພາບ …

        ຢູ່ຕາແສງຟອງໝີ (ເມືອງຟອງດຽນ) ຜູ້ມີສິດເລືອກຕັ້ງ  ໄດ້ສະເໜີບາງບັນຫາເຊັ່ນ: ສືບຕໍ່ລົງທຶນປະຕິບັດໃຫ້ສຳເລັດລະບົບພື້ນຖານໂຄງລ່າງຄົມມະນາຄົມ ແລະ ຄວນມີວິທີແກ້ໄຂ, ປົກປັກຮັກສາສິ່ງແວດລ້ອມເປັນຢ່າງດີ.      

ຕອບກັບ

ຂ່າວ/ບົດ​ອື່ນ